ຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ໃນຕອນບ່າຍຂອງວັນທີ 12 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກ ຂື້ນ ໂດຍການເປັນປະທານຂອງ ສະຫາຍ ວຽງທອງ ໄຊຍະວົງ ເລຂາຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ.

ພິທີ ສະຫາຍ ວຽງທອງ ໄຊຍະວົງ ເລຂາຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2020 ແລະ ທິດທາງແຜນການປີ 2021.

ໄລຍະຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກພະແນກ, ຄະນະບໍລິຫານງານຊາວໜຸ່ມແຂວງ, ຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ປະຈຸບັນມີສະມາຊິກຊາວໜຸ່ມທັງໜົດ 63 ສະຫາຍ, ຍິງ 36 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດສະແດງອອກແຕ່ລະດ້ານດັ່ງນີ້: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 95,5%; ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 93,52%; ດ້ານການຈັດຕັ້ງຕີລາຄາໄດ້ 92,50%, ດ້ານວິຊາຊີບສ້າງວຽກເຮັດງານທຳ ຕີລາຄາໄດ້ 97,61%.

ໂອກາດຽວກັນນີ້ ສະຫາຍ ທອງມະນີ ໂຄດປັນຍາ ກໍໄດ້ເປັນກຽດມອບໃບຢັ້ງຢືນ 4 ບຸກ ໃຫ້ຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ແລະ ໄດ້ໂອ້ລົມ ເຊີ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະ ແລະ ສະມາຊິກຊາວໜຸ່ມຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

 

About admin11