ຊາວໜຸ່ມບໍລິຄຳໄຊ ຮ່ວມແຮງ ຮ່ວມໃຈ ອະນາໄມສະຖານທີ່ສູນກັກກັນ ໂຄວິດ 19

ໃນຕອນບ່າຍຂອງວັນທີ 10 ກັນຍາ 2021 ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ  ໄດ້ຮ່ວມແຮງຮ່ວມໃຈກັນ ອະນາໄມຈັດສະຖານທີ່ສູນກັກກັນໂຄວິດ 19 ເຊິ່ງນຳພາໂດຍທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະມາຊິກຊາວໜຸ່ມຈາກພະແນກການອ້ອມຂ້າງແຂວງ, ອົງການຈັດຕັ້ງມະຫາຊົນ ຈາກພາກສ່ວນຕ່າງໆພາຍໃນແຂວງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ທ່ານ ທອງມະນີ ໂຄດປັນຍາ ໄດ້ໃຫ້ສຳພາດວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງຫົວໜ້າຄະນະສະເພາະກິດ ຕ້ານການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງ ເຊິ່ງໄດ້ກຳນົດເອົາເດີ່ນກິລາເປຕັງ ແລະ ສະໂມສອນດອກປີກໄກ່ຂອງແຂວງ ເປັນສູນກັກກັນ ເພື່ອຈະໄດ້ນຳໃຊ້ເປັນບ່ອນຮອງຮັບແຮງງານລາວທີ່ກັບຄືນປະເທດ.

ສະນັ້ນ, ຄະນະຊາວໜຸ່ມແຂວງ ຈື່ງໄດ້ພ້ອມພາກັນ ຕັດຫຍ້າ, ຖາງປ່າ ແລະ ອະນາໄມ ອ້ອມຮອບບໍລິເວນສະໂມສອນ ໂດຍໄດ້ແບ່ງອອກເປັນ 8 ກຸ່ມ ກຸ່ມລະ 9 ພາກສ່ວນ.

ພ້ອມນີ້ ຍັງເປັນການປະຕິບັດຕາມຄຳຂວັນທີ່ວ່າ: ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ.

About admins16