ຊາວໜຸ່ມບໍລິຄຳໄຊ ຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນ ຊປລ ທົ່ວປະເທດ 16 ລ້ານກ່ວາກີບ

ເພື່ອເປັນການປະກອບສ່ວນຊຸກຍູ້ ການຈັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ທົ່ວປະເທດ ຄັ້ງທີ VIII ໃນວັນທີ 8 ທັນວາ 2020 ຢູ່ຫ້ອງຮັບແຂກສູນກາງ ຊປລ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ນຳໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ນຳເອົາເງິນຈຳນວນ 16.500.000 ກີບ ໄປມອບໃຫ້ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຕາງໜ້າຮັບໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.

About admins14