ຊາວໜຸ່ມທະນາຄານການຄ້າຕ່າງປະເທດລາວ ສາຂາບໍລິຄໍາໄຊ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ໃນຕອນແລງຂອງວັນທີ 9 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມທະນາຄານການຄ້າຕ່າງປະເທດລາວ ສາຂາບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ອານຸສັກ ອິນສານ ເລຂາຊາວໜຸ່ມຮາກຖານ, ເປັນກຽດເຂົ້າຮ່ວມພິທີໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ສະຫາຍ ຄອນປະເສີດ ຫຼວງສຸວັນນະວົງ ເລຂາໜ່ວຍພັກທະນາຄານການຄ້າຕ່າງປະເທດລາວ ມີແຂກຖຶກເຊີນ, ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນ ເຂົ້າຮ່ວມ.

ພິທີ ສະຫາຍ ນາງ ພອນວິໄລ ບຸນມະນີກັນ ຮອງເລຂາຊາວໜຸ່ມຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2020 ແລະ ທິດທາງແຜນການ ປີ 2021. ປະຈຸບັນຊາວໜຸ່ມຮາກຖານ ທະນາຄານການຄ້າຕ່າງປະເທດລາວ ສາຂາບໍລິຄໍາໄຊ ມີສະມາຊິກຊາວໜຸ່ມທັງໜົດ 37 ສະຫາຍ, ຍິງ 15 ສະຫາຍ.

ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະອໍານວຍການທະນາຄານ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ, ຊາວໜຸ່ມຮາກຖານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຖືກຕ້ອງຕາມເງື່ອນໄຂ, ມາດຖານທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວວາງອອກ ເຊິ່ງສະແດງອອກແຕ່ລະດ້ານ ດັ່ງນີ້: ບຸກດ້ານການເມືອງ-ແນວຄິດ ຕີລາຄາໄດ້ 90,70%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 90,80 %, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 90,90%, ບຸກດ້ານວິຊາຊີບສ້າງວຽກເຮັດງານທຳ ຕີລາຄາໄດ້ 90,80%.

ໂອກາດຽວກັນນີ້ ສະຫາຍ ທະນູວັນ ວົງມະນີ ກໍໄດ້ເປັນກຽດມອບ ໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ພ້ອມມີຄໍາເຫັນໂອ້ລົມ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admin11