ຊາວໜຸ່ມກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດກິດຈະກໍາ ຢູ່ ມໍປາຍ ປາກຊັນ

ເພື່ອປູກຈິດສໍານຶກໃຫ້ຊາວໜຸ່ມ ໄດ້ຮຽນຮູ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາໃໝ່ກ່ຽວກັບຂໍ້ມູນຂ່າວສານ, ລະບົບນິເວດວິທະຍາ, ການອະນຸລັກຮັກສາສິ່ງແວດລ້ອມ ໃນວັນທີ 22 ຕຸລາ 2020 ຊາວໜຸ່ມກະຊວງວິທະຍາສາດ ແລະ ແຕັກໂນໂລຊີ ໄດ້ລົງເຮັດກິດຈະກຳ ຢູ່ ໂຮງຮຽນ ມໍປາຍ ປາກຊັນ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ສະຫາຍ ນາງ ສີລິລັກ ໄຊຍະບຸນຊູ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທິມງານ 20 ສະຫາຍ.

ການລົງເຮັດກິດຈະກຳນີ້ ແມ່ນນັກຮຽນຈະໄດ້ຄວາມຮູ້ກ່ຽວກັບນິເວດວິທະຍາ, ຄວາມຮູ້ກ່ຽວກັບ ເຕັກໂນໂລຊີ ແລະ ໂຊຊ່ຽວມິເດຍ, ໂຊຊ່ຽວເນດເວີກ ພ້ອມທັງເຮັດທົດລອງຕົວຈິງກ່ຽວກັບວິທະຍາສາດ, ການແນະນໍາຄວາມຮູ້ເບື້ອງຕົ້ນກ່ຽວກັບດວງດາວຕ່າງໆ ທີ່ຢູ່ໃນວົງໂຄຈອນ ເຫັນວ່າໄດ້ຮັບຄວາມສົນໃຈ ຈາກນ້ອງນັກຮຽນ ພ້ອມນັ້ນຍັງມີການຖາມ-ຕອບ ຮັບຂອງລາງວັນ ເຊິ່ງເຮັດໃຫ້ບັນຍາກາດດໍາເນີນໄປຢ່າງຄຶກຄື້ນມ່ວນຊື່ນ.

About admins14