ຈູດທຳລາຍຢາເສບຕິດເນື່ອງໃນວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 21 ປີ

ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ( 12 ຕຸລາ 2001 – 12 ຕຸລາ 2022 ) ແຂວງບໍລິຄໍາໄຊ ໄດ້ຈັດພິທີຈູດເຜົາທໍາລາຍຢາເສບຕິດຂຶ້ນ ໃນວັນທີ 12 ຕຸລາ 2022 ຢູ່ສູນດັດສ້າງ-ບຳບັດຜູ້ຕິດຢາເສບຕິດໜອງດົງ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ມີການນໍາຂອງແຂວງ, ເມືອງ, ສະພາປະຊາຊົນແຂວງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂື້ນກ່າວຈຸດປະສົງຂອງພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ທີ່ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ໃນໄລຍະ 1 ປີຜ່ານມາ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ໄດ້ລົງໂຄສະນາເຜີຍແຜ່ເອກະສານ, ກົດໝາຍວ່າດ້ວຍຢາເສບຕິດ, ສາຍສາລະຄະດີກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ເພື່ອປູກຈິດສຳນືກໃຫ້ປະຊາຊົນ, ຊາວໝຸ່ມ-ແມ່ຍິງ, ນັກຮຽນ, ນັກສືກສາ 234 ຄັ້ງ, ມີຜູ້ເຂົ້າຮ່ວມ 12.953 ຄົນ, ຍິງ 5.800 ຄົນ ແລະ ອອກຂ່າວທາງຊື່ສັງຄົມອອນລາຍ 65 ຄັ້ງ, ສາມາດມ້າງຄະດີ ໄດ້ທັງໝົດ 327 ເລື່ອງ, ກັກຜູ້ຖືກຫາໄດ້ 503 ຄົນ, ຕ່າງປະເທດ 6 ຄົນ, ຍຶດຂອງກາງຢາເສບຕິດປະເພດຢາບ້າ 250.158 ເມັດ, ຢາຝິ່ນ 500 ກຼາມ, ເຮໂລອິນ 9 ແທ່ງນ້ໍາໜັກ 3,5 ກິໂລກຼາມ, ຢາໄອສ໌ 110 ກິໂລກຼາມ, ຄັນຊາແຫ້ງ 3.722 ກິໂລກຼາມ, ຢາເຄ 14 ຈີ, ກາເຟຊອງປະສົມສານເສບຕິດ 783 ຊອງ, ກະເຟປ໋ອງປະສົມສານເສບຕິດ 87 ປ໋ອງ, ລົດໃຫ່ຍ 10 ຄັນ, ລົດຈັກ 44 ຄັນ, ປືນສັ້ນ 2 ກະບອກ, ລູກປືນ AK ຈໍານວນ 2 ລູກ, ລູກປືນ K44 ຈໍານວນ 7 ລູກ, ປືນປະດິດຍີງດ້ວຍລູກຕະປູ 1 ກະບອກ, ປືນແກ໋ບ 1 ກະບອກ, ໄດ້ສົ່ງສໍານວນຄະດີໃຫ້ໄອຍະການ 233 ເລື່ອງ, ຜູ້ຖືກຫາ 290 ຄົນ,ຍິງ 18 ຄົນ, ຢາບ້າ 408.060 ເມັດ, ເຮໂລອິນ 600 ແທ່ງ ນ້ໍາໜັກ 231 ກິໂລກຼາມ, ຢາໄອ 35 ກິໂລກຼາມ, ຄັນຊາ 1.752 ກິໂລກຼາມ, ປື້ນແກ໋ບ 6 ກະບອກ, ລົດໃຫ່ຍ 9 ຄັນ, ລົດຈັກ 18 ຄັນ.

ຈາກນັ້ນທ່ານປະທານພ້ອມດ້ວຍຄະນະ ແລະ ຜູ້ເຂົ້າຮ່ວມໃນພິທີຄັ້ງນີ້ ກໍ່ໄດ້ພ້ອມກັນວາງເພີງຈູດເຜົາທໍາລາຍຢາເສບຕິດຢ່າງເປັນທາງການ ເຊີ່ງຢາເສບຕິດທີ່ນໍາມາທໍາລາຍໃນຄັ້ງນີ້ມີ: ຢາບ້າຈໍານວນ 3.209.928 ເມັດ, ຢາໄອສຈໍານວນ 35 ກິໂລກຼາມ, ຄັນຊາແຫ້ງຈໍານວນ 5.602 ກິໂລກຼາມ ທີ່ເປັນຂອງກາງຄະດີທີ່ຜ່ານການສືບສວນ-ສອບສວນ, ດຳເນີນຄະດີ ແລະ ຜ່ານການຕັດສີນຢ່າງຖືກຕ້ອງ ຕາມລະບຽບກົດໝາຍເປັນທີ່ຮຽບຮ້ອຍແລ້ວ ຈື່ງໄດ້ນຳເອົາມາທຳລາຍຖິ້ມ

About admins14