ປາກກະດິງ – ທ່າພະບາດ ເປີດຈຸດບໍລິການຈັດຫາງານ ຢ່າງເປັນທາງການແລ້ວ

ພິທີເປີດຈຸດບໍລິການຈັດຫາງານຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຕອນບ່າຍວັນທີ 20 ທັນວາ 2022 ຢູ່ຫ້ອງວ່າການເມືອງ ເປັນກຽດເຂົ້້າຮ່ວມຂອງທ່ານ ພູເຂົາເງິນ ອິນທະວົງ ເຈົ້້າເມືອງປາກກະດິງ.

           ຈຸດປະສົງ ຂອງການສ້າງຕັ້ງຈຸດບໍລິການ ຈັດຫາງານຢູ່ຂັ້ນເມືອງນີ້ ເພື່ອຂະຫຍາຍວຽກງານບໍລິການຈັດຫາງານ ໃຫ້ລົງສູ່ທ້ອງຖີ່ນຮາກຖານ, ຮັບປະກັນການພົວພັນ ຂອງຜູ້ຊອກວຽກເຮັດງານທຳ ແລະ ຜູ້ໃຊ້ແຮງງານ ເວົ້າລວມ, ເວົ້າສະເພາະ ແມ່ນການບໍ່ລິການແກ່ຜູ້ວ່າງງານທົ່ວໄປ , ຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ແລະ ຜູ້ໃຊ້ແຮງງານຫົວໜ່ວຍທຸລະກິດຕ່າງໆ ກໍ່ຕ້ອງຂື້ນທະບຽນ ຢູ່ຈຸດບໍລິການຈັດຫາງານຢູ່ເມືຶອງ. ຈຸດບໍລິການນີ້ ແມ່ນເພື່ອໃຫ້ ຄຳປຶກສາແນະນຳ ອາຊີບໃຫ້ແກ່ຜູ້ຊອກວຽກເຮັດງານທຳ ກໍ່ຄືທຸລະກິດທີຕ້ອງການແຮງງານ ເຊິ່ງວ່າໃນໄລຍະຜ່ານມາການມີສ່ວນຮ່ວມຂອງຫົວໜ່ວຍທຸລະກິດ ຫຼື ວ່າຜູ້ໃຊ້ແຮງງານ ນັບທັງຜູ້ຊອກວຽກເຮັດງານທຳຍັງບໍ່ທັນນຳໃຊ້ບໍລິການ ແລະ ການເຂົ້າສູ້ຕະຫຼາດແຮງງານ ໄດ້ຢ່າງກ້ວາງຂວາງ, ການເປີດຈຸດບໍລິການຫາງານຢູ່ຂັ້ນເມືອງນີ້ ເພື່ອອຳນວຍຄວາມສະດວກໃຫ້ຜູ້ຕ້ອງການຢາກມີວຽກເຮັດງານທຳ, ກໍ່ຄືຜູ້ໃຊ້ແຮງງານ ໄດ້ມາບໍລິການຢູ່ຂັ້ນເມືອງ ເພື່ອເປັນການບໍລິການທີ່ສະດວກ, ວ່ອງໄວ ແລະ ໄດ້ຮັບການຮ່ວມມືໃຫ້ຫຼາຍຂື້ນກ່າວເກົ່າ.

ໃນວັນທີ 22 ທັນວາ 2022 ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ ທ່າພະບາດ ໄດ້ຈັດພິທີເປີດຈຸດບໍລິການຈັດຫາງານຂັ້ນເມືອງ ໂດຍໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງ ທ່າພະບາດ, ທ່ານ ອຸດອນ ຄໍາພຽນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ບົວສີ ທໍາມະສັກ ຫົວໜ້າພະແນກຈັດຫາງານພາຍໃນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພະແນກຂັ້ນແຂວງ, ຫ້ອງການອ້ອມຂ້າງເມືອງ,ອໍານາດການປົກຄອງບ້ານ, ຜູ້ປະກອບການທຸລະກິດ ແລະ ປາຊາຊົນພາຍໃນເມືອງເຂົ້າຮ່ວມ.

ໃນໂອກາດດຽວກັນນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບຄອມພິວ 1 ຊຸດ ໃຫ້ແກ່ຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມເມືອງ ປາກກະດິງ ແລະ ເມືອງທ່າພະບາດ ເມືອງລະ 1 ຊຸດ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ.

About admins16