ຈີນເຟີງ ເຕັກນິກກະສິກຳຊີວະພາບ ເຊັນສັນຍາສໍາປະທານ ໂຄງການພັດທະນາດ້ານກະສິກຳ ສະຖານີໂພນມ່ວງ

ພິທີເຊັນສັນຍາສໍາປະທານ ໂຄງການພັດທະນາດ້ານກະສິກຳ ( ປູກຝັງ – ລ້ຽງສັດ ) ໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2022 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າອໍານາດການປົກຄອງແຂວງບໍລິຄໍາໄຊ ເຊັນໂດຍ ທ່ານ ນາງ ນິດດາພອນ ໄຊຍະພອນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ລີວແດງກາຍ ອໍານວຍການບໍລິສັດ ຈີນເຟີງ ເຕັກນິກກະສິກຳຊີວະພາບ ຄົບວົງຈອນ ການຄ້າຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ, ໂດຍມີບັນຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ຈີນເຟີງ ເຕັກນິກກະສິກຳຊີວະພາບ ຄົບວົງຈອນ ການຄ້າຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ ມີຄວາມຕ້ອງການພັດທະນາດ້ານກະສິກຳ ( ປູກຝັງ – ລ້ຽງສັດ ) ຢູ່ເຂດສະຖານີໂພນມ່ວງ ບ້ານສາມັກຄີໄຊ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃນເນື້ອທີ່ທັງໝົດ 22 ເຮັກຕາ, ໄລຍະເວລາ 30 ປີ.

ໂຄງການດັ່ງກ່າວ ນອກຈາກຕະເປັນການຄ້ຳປະກັນດ້ານສະບຽງອາຫານແລ້ວ ຍັງເປັນການສ້າງວຽກເຮັດງານທຳ ໃຫ້ປະຊາຊົນພື້ນທີ່ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ພັດທະນາໃຫ້ດີຂຶ້ນໄປເລື້ອຍໆ.

 

About admins14