ຈະເລີນເຊກອງ ປະກອບສ່ວນຕ້ານ COVID-19 ຈໍານວນ 100 ລ້ານກີບ

ໃນວັນທີ 31 ມີນາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດຈະເລີນເຊກອງ ພະລັງງານຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 100.000.000 ກີບ ເພື່ອສົມທົບທຶນປະກອບສ່ວນໃຫ້ແຂວງບໍລິຄຳໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໃຫ້ກຽດຮັບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ຊ້ອງໜ້າໂດຍທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາພະແນກການ ແລະ ພາກສ່ວນທີ່ກຽ່ວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ຕາງໜ້າໃຫ້ການນຳແຂວງບໍລິຄຳໄຊ ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບໍລິສັດຈະເລີນເຊກອງ ພະລັງງານຈຳກັດ ທີ່ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ຊ່ວຍເຫຼືອ ໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນຄັ້ງນີ້.

ການຈັດຕັ້ງປະຕິບັດໃນການປ້ອງກັນ ແລະ ຄວບຄຸມ ພະຍາດດັ່ງກ່າວ ຢູ່ແຂວງບໍລິຄຳໄຊ ເຫັນວ່າຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ຕະຫຼອດຮອດອຳນາດການປົກຄອງຂັ້ນບ້ານ ໄດ້ສຸມໃສ່ໂຄສະນາເຜີຍແຜ່ຄຳສັ່ງ, ແຈ້ງການ ຂອງຂັ້ນເທີງກ່ຽວກັບພະຍາດ COVID-19 ຢ່າງລຽນຕິດ ເຮັດໃຫ້ພໍ່ແມ່ປະຊົນຊົນຮັບຮູ້ ແລະ ເຂົ້າໃຈ ຕໍ່ຄວາມອັນຕະລາຍ, ວິທີປ້ອງກັນຕ່າງໆ ພ້ອມດຽວກັນຍັງໄດ້ເກັບກຳສະຖິຕິ, ຂຶ້ນທະບຽນກຸ່ມສ່ຽງ ທີ່ເດີນທາງກັບມາຈາກປະເທດທີ່ມີການລະບາດ ໂດຍໄດ້ມີການແຍກປ່ຽວ ແລະ ໃຫ້ພາກສ່ວນຮັບຜິດຊອບ ຕິດຕາມກວດກາຢ່າງໃກ້ຊິດເປັນເວລາ 14 ວັນ, ມາຮອດປະຈຸບັນ ແຂວງບໍລິຄຳໄຊ ຍັງບໍ່ພົບຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19.

About admins16