ຈະລາຈອນ ເມືອງ ວຽງທອງ ທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກ

     ໃນວັນທີ 1 ມີນາ 2022 ກອງບັນຊາການ ປກສ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກທີ່ບໍ່ຖືກຕ້ອງ ແລະ ສຶກສາອົບຮົບນັກຂັບຂີ່ ພ້ອມທັງມອບລົດຄືນເຈົ້າຂອງ ໂດຍເປັນກຽດເຂົ້າຮ່ວມພິທີ  ຂອງ ທ່ານ ພັນຕີ ຄຳເພື່ອນ ສີປະເສີດ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງ, ມີອ້າຍນ້ອງ ກອງຈະລາຈອນ ປກສ ເມືອງ , ຜູ້ປົກຄອງ ແລະ ຜູ້ຂັບຂີ່ ເຂົ້າຮ່ວມ.

    ໃນການແກ້ໄຂບັນຫາລົດຈັກດັດແປງສະພາບໃນຄັ້ງນີ້  ກອງ ຈະລາຈອນ ປກສ ເມືອງ ໄດ້ດຳເນີນແຜນວຽກຕາມທິດຊີ້ນຳຂອງຄະນະນຳ ປກສ ເມືອງ ຕິດພັນກັບໂຄງການຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນຫຼວງ.

ໃນການປະຕິບັດແຜນວຽກໃນຄັ້ງນີ້ ໄດ້ກັກລົດຈັກທີ່ດັດແປງສະພາບເຕັກນິກ ແລະ ຢືດເອົາອຸປະກອນດັດແປງສະພາບເຕັກນີກລົດຈັກ ໄດ້ ຄື: ລົດຈັກຈຳນວນ 11 ຄັນ ມີ: ທໍ່ ດັງເກີນກຳນົດຈຳນວນ 28 ທໍ່, ປ້າຍທີບໍ່ຖືກຕ້ອງຕາມທະບຽນລົດຈຳນວນ 20 ປ້າຍ, ຢາງນ້ອຍ ຈຳນວນ 9 ເສັ້ນ, ເບາະແປ 3 ເບາະ ແລະ ຕາໄຟກະພິບ 4 ຕາ.

ເຈົ້າໜ້າທີ່ ໄດ້ຈັດພິທີທໍາລາຍອຸປະກອນດັດແປງສະພາບເຕັກນິກ, ຮຽກເຊີນຜູ້ຂັບຂີ່ ແລະ ຜູ້ປົກຄອງມາພົວພັນເອົາລົດ ທີ່ເຈົ້າໜ້າທີໄດ້ກັກໄວ້ຄືນ ແລ້ວສຶກສາອົບຮົບ, ຂຽນບົດບັນທືກຕາມລະບຽບການ.

 

About admin11