ງານບຸນຊ່ວງເຮືອອອກພັນສາປະວໍລະນາ ປະຈຳປີ ພສ 2565 ເມືອງປາກຊັນ

ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ທີ່ມີມາແຕ່ບູຮານນະການ, ບຸນຊ່ວງເຮືອປະເພນີອອກພັນສາປະວໍລະນາ ປະຈຳປີ ພສ 2565 ທີ່ເມືອງປາກຊັນ ໄດ້ຈັດຂື້ນໃນວັນທີ 9 ຕຸລາ 2022 ເປັນກຽດເຂົ້າຮ່ວມໂດຍທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ພິນິດ ຈາຣຸສົມບັດ ອະດີດຮອງນາຍົກລັດຖະມົນຕີ ປະທານສະພາວັດທະນະທຳເຊື່ອມສຳພັນ ມິດຕະພາບ ໄທ – ຈີນ ແລະ ສົ່ງເສີມຄວາມສຳພັນ ແຫ່ງຣາຊະອານາຈັກໄທ, ມີການນຳຂອງແຂວງ, ບັນດາແຂກທີ່ຖຶກເຊີນ ແລະ ພໍ່ແມ່ປະຊາຊົນຊາວເມືອງປາກຊັນ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງປາກຊັນ ໄດ້ກ່າວວ່າ: ງານແຂ່ງຂັນຊ່ວງເຮືອປະເພນີອອກພັນສາ ປະວໍລະນາ ປະຈໍາປີ ພ.ສ 2565 ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ຈະໄດ້ດໍາເນີນໄປເປັນເວລາ 2 ວັນເຕັມ ຄື: ວັນທີ 09 – 10 ຕຸລາ ປີ 2022 ໂດຍມີເຮືອເຂົ້າມາແຂ່ງຂັນທັງໝົດ 34 ລຳ ໃນນີ້ ເຮືອປະເພນີປະເພດ 50 – 55 ສີພາຍ ຈຳນວນ 6 ລຳ ( ມາຈາກຈັງຫວັດບຶງການ 1 ລໍາ ), ປະເພດເຮືອກູນພາຍໃນເມືອງ 8 ລຳ, ປະເພດເຮືອກູນ-ເຮືອສູດສາຍທົ່ວໄປມີ 14 ລຳ ( ມາຈາກຈັງຫວັດບຶງການ 2 ລຳ, ເມືອງທ່າພະບາດ 1 ລໍາ ແລະ ເມືອງ ບໍລິຄັນ 1 ລຳ ), ປະເພດເຮືອຍິງ 22 – 25 ສີພາຍ 6 ລຳ ( ມາຈາກເມືອງ ບໍ ລິຄັນ 1 ລໍາ ) ລາຍລະອຽດ ດັ່ງນີ້:

ວັນທີ 09 ຕຸລາ 2022 ເປັນມື້ແຂ່ງຂັນເຮືອຊ່ວງ ( ຊາຍ ) ປະເພດ 22 – 25 ສີພາຍ ທັງ ສາຍນອກ ແລະ ສາຍໃນ ຮອບຄັດເລືອກ ແລະ ຊິງຊະນະເລີດ, ວັນທີ 10 ຕຸລາ 2002 ເປັນມື້ແຂ່ງຂັນເຮືອຊ່ວງ ( ຍິງ ) ປະເພດ 22 – 25 ສີພາຍ ແລະ ເຮືອຊ່ວງ ( ຊາຍ ) ປະເພດ 50 – 55 ສີພາຍ ຮອບຄັດເລືອກ ແລະ ຊິງຊະນະເລີດ.

ໃນຄ່ຳຄືນຂອງວັນທີ 10 ຕຸລາ 2022 ກໍ່ຈະໄດ້ມີການແຂ່ງຂັນປະກວດໄຫຼເຮືອໄຟທີ່ສວຍງາມ ໂດຍການຕົບແຕ່ງ ທ່ີເປັນເອກະລັກຕາມຮີດຄອງປະເພນີລາວເຮົາ.

ສຳລັບຂອງຂວັນລາງວັນເຮືອແຕ່ລະປະເພດ ນັບແຕ່ລາງວັນຊຸກຍູ້, ລາງວັນຊົມເຊີຍ ແລະ ລາງວັນຊະນະເລີດ ພ້ອມດ້ວຍຂັນທີ່ລະນຶກ ລວມມູນຄ່າທັງໝົດ ປະມານ 246 ລ້ານກວ່າກີບ.

ພ້ອມນີ້,​ ໃນງານ ຍັງໄດ້ມີການວາງສະແດງ – ຂາຍສິນຄ້າ ທີ່ເປັນຜະລິດຕະພັນພາຍໃນ, ສິນຄ້າສຳເລັດຮູບ, ສິນຄ້າກະສິກຳ ແລະ ອຶ່ນໆ ເພື່ອໃຫ້ແຂກ ແລະ ຜູ້ມາທ່ຽວຊົມງານ ໄດ້ຊື້ເປັນຂອງຕ້ອນ ຂອງຝາກ ແລະ ເພື່ອການບໍລິໂພກ.

About admins16