ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ສະຫຼຸບວຽກງານ ປະຈໍາປີ 2020

 

ໃນຕອນເຊົ້າວັນທີ 5 ມີນາ 2021 ຢູ່ທີຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ ປະຈໍາ 2020 ແລະ ວາງທິດທາງວຽກງານປະຈໍາ ປີ 2021 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ.

1 ປີຜ່ານມາ ຄ້າຍຄຸມຂັງ – ດັດສ້າງ ປກສ ແຂວງ ມີຫລາຍວຽກງານທີ່ປະຕິບັດໄດ້ ພົ້ນເດັ່ນ ແມ່ນ: ວຽກງານກວດກາລາດຕະເວນປະຕິບັດໄດ້ 778 ຄັ້ງ, ວຽກງານປ້ອງກັນ 129 ຄັ້ງ, ໃນປີ 2020 ໄດ້ປະຕິບັດນະໂຍບາຍປ່ອຍຕົວນັກໂທດທີ່ປະຕິບັດໂທດຄົບຕາມກໍານົດເວລາ ມີຈໍານວນ 119 ຄົນ, ຍິງ 11 ຄົນ, ຕ່າງປະເທດ 02 ຄົນ, ສະເໜີອະໄພຍະໂທດຫຼຸດຜ່ອນໂທດ 110 ຄົນ, ຍິງ 14 ຄົນ ຕ່າງປະເທດ 1 ຄົນ, ຍິງ 1 ຄົນ, ນໍາສົ່ງຄົນເຈັບໄປກວດກາສຸຂະພາບຢູ່ໂຮງໝໍ ໄດ້ 310 ກໍລະນີ, ເຮັດບົດລາຍງານການປ່ອຍຕົວນັກໂທດ-ດັດສ້າງໄດ້ 320 ຄັ້ງ, ສຶກສາອົບຮົມນັກໂທດຜູ້ຖືກດັດສ້າງ 500 ຄັ້ງ.

ວຽກງານການຝຶກວິຊາຊີບສີມືແຮງງານ: ໄດ້ຈັດຕັ້ງໜ່ວຍງານສານແຫ, ໜ່ວຍງານແກະສະຫຼັກ, ໜ່ວຍງານຖັກແສ່ວແຜ່ນແພ, ໜ່ວຍງານການຄຸ້ມຄອງປູກຝັງ ແລະ ໜ່ວຍງານເຟີນິເຈີ່  ສາມາດສ້າງລາຍຮັບເຂົ້າກົມກອງ ໄດ້ທັງໝົດ 3412.921.000 ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 20,24 %.

ວຽກງານພາລາທິການ: ຈັດຕັ້ງຄຸ້ມຄອງ ແລະ ນໍາໃຊ້ງົບປະມານທີ່ໄດ້ຮັບຈາກຂັ້ນເທິງ ໂດຍປະຕິບັດຕາມຄໍາສັ່ງເເນະນໍາຂອງກໍາລັງປ້ອງກັນຄວາມສະຫງົບ, ແຈ້ງການຂອງກົມການເງີນຢ່າງເຂັ້ມງວດ, ການຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາພາຫະນະອຸປະກອນເຕັກນິກ, ອາວຸດຍຸດໂທ ກໍ່ໄດ້ເເຕ່ງຕັ້ງເປັນໜ່ວຍງານຮັບຜິດຊອບໂດຍກົງ ໃນການຄຸ້ມຄອງປົກປັກຮັກສາກວດກາສະພາບໃຫ້ພ້ອມໃຊ້ງານໄດ້ຕະຫຼອດ.

ສ່ວນແຜນການໃນປີ 2021 ຄ້າຍຄຸມຂັງ – ດັດສ້າງ ຕ້ອງຮັບປະກັນວຽກງານ ວິຊາສະເພາະໃຫ້ໄດ້ 100%, ສືບຕໍ່ປັບປຸງລະບົບພາລາທິການກັບທີ່ໃຫ້ສາມາດຕອບສະໜອງການພັດທະນາຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃນກົມກອງໃຫ້ດີຂຶ້ນກວ່າເກົ່າ, ສູ້ຊົນພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ, ໜັກແໜ້ນທາງດ້ານການຈັດຕັ້ງ ແລະ ຍົກສູງປະສິດທິພາບໃຫ້ດີຂຶ້ນ.

 

About admin11