ຄູຝຶກ ປະຈຳແຂວງບໍລິຄໍາໄຊ ໄດ້ຮັບການຍົກລະດັບດ້ານການຮຽນແບບປະສົມປະສານ

ໃນຕອນເຊົ້າຂອງວັນທີ 30 ມີນາ 2022 ຢູ່ຫ້ອງປະຊຸມສູນພັດທະນາຄູ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການຮຽນແບບປະສົມປະສານ ໃຫ້ແກ່ຄູຝຶກປະຈຳແຂວງ ເພື່ອພັດທະນາທັກສະ ແລະ ຄວາມໝັ້ນໃຈຂອງສຳມະນາກອນ ທີ່ເຂົ້າຮ່ວມກ່ຽວກັບການຮຽນຮູ້ແບບປະສົມປະສານ ໂດຍການເປັນປະທານຂອງທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ມີຄູຝຶກຫຼັກແຫຼ່ງຈາກກະຊວງສຶກສາທິການ ແລະ ກິລາ, ຄູຝຶກປະຈໍາແຂວງ, ຄະນະຮັບຜິດຊອບ ແລະ ວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນ ຈະໄດ້ຮຽນຮູ້ວິທິການດາວໂຫຼດ, ການຕິດຕັ້ງໂປຼແກຼມ Zoom ແລະ ການສ້າງບັນຊີ, ການໃສ່ຂໍ້ມູນສ່ວນຕົວ, ການໃສ່ຮູບໂປຟາຍ ແລະ ຊື່ຢູ່ໃນ Zoom, ການຮຽນຮູ້ກ່ຽວກັບວິທີການເຂົ້າຮ່ວມ ໃນການໂທສົນທະນາກັນເປັນກຸ່ມແບບເຫັນໜ້າ ( group video call ), ການທຳຄວາມຮູ້ຈັກກັນ, ການສ້າງບັນຊີອີເມວ, ການເຂົ້າຮ່ວມໃນຫ້ອງຍ່ອຍເວລາເເບ່ງເປັນກຸ່ມຍ່ອຍ, ການແກ້ໄຂບັນຫາຂັດຂ້ອງ ແລະ ດຳເນີນການແກ້ໄຂບັນຫາທາງເຕັກນິກ, ການສຶກສາກ່ຽວກັບຝັ່ງຊັ່ນຕ່າງໆຂອງການເປັນຜູ້ຈັດກອງປະຊຸມໃນ Zoom, ນອກຈາກນີ້ ຍັງຈະໄດ້ຮຽນຮູ້ເຖິງວິທີການຕ່າງໆກ່ຽວກັບການທີ່ຈະເຊື່ອມໂຍງໂປຼແກັມ Zoom ເຂົ້າໃນກິດຈະກຳ ແລະ ໜ້າວຽກໄດ້ຢ່າງມີປະສິດທິພາບ.

ໃນໂອກາດດັ່ງກ່າວ ທ່ານ ສີທາ ແກ້ວດາລາວົງ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບກອງປະຊຸມ, ກໍ່ຄືໂຄງການບີຄວ່າ ທີ່ໄດ້ໃຫ້ການສະໜັບສະໜູນໃນການຄົ້ນຄວ້າແຫຼ່ງທຶນປະກອບສ່ວນເຂົ້າໃນວຽກງານການພັດທະນາບຸກຄະລາກອນ ຂະແໜງການສຶກສາ ແລະ ກິລາ ແຂວງບໍລິຄໍາໄຊ ຕະຫຼອດໃນໄລຍະຜ່ານມາ ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນແມ່ນ ໃຫ້ສຳມະນາກອນທຸກທ່ານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍສະເພາະການຮຽນຮູ້ແບບປະສົມປະສານ ( ແບບອອນລາຍ ) ເຊີ່ງເປັນຮູບແບບທີ່ສຳຄັນທີ່ສຸດໃນຍຸກປະຈຸບັນ ເຊີ່ງຮູບແບບດັ່ງກ່າວເປັນຮູບແບບທີ່ສາມາດເຂົ້າເຖິງທຸກຄົນ ໃນທຸກລະດັບ.

ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ສຳມະກອນທຸກຄົນຈົ່ງໄດ້ພ້ອມກັນນຳເອົາເນື້ອໃນຈິດໃຈກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍ ເພື່ອປະກອບເຂົ້າໃນໜ້າທີ່ວຽກງານຂອງຕົນທີ່ຮັບຜິດຊອບໃຫ້ມີບົດບາດອັນໃໝ່ຢ່າງມີປະສິດທິພາບດີຂື້ນເປັນກ້າວໆ₭, ການຝຶກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈື່ງຈະສຳເລັດ.

About admins16