ຄິດຢາກລອງຂາຍຢາເສບຕິດ ແຕ່ຖືກຈັບພ້ອມຂອງກາງຢາບ້າ 6.086 ເມັດ

          ໃນວັນທີ 30 ຕຸລາ 2021ນີ້ ເວລາ 13ໂມງ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຮັບແຈ້ງຈາກ ພົນລະເມືອງດີວ່າ: ມີກຸ່ມຄົນຈຳນວນໜື່ງ ນັດສົ່ງຢາບ້າຢູ່ທີ່ຈຸດຕະຫຼາດ ເທດສະບານເມືອງບໍລິຄັນ ເພື່ອຈະນຳໄປຂາຍໃຫ້ກັບໄວລຸ່ນ ເຂດພູຄຳ, ເມື່ອໄດ້ຮັບແຫຼ່ງຂ່າວທາງເຈົ້າໜ້າທີ່ວິຊາສະເພາະຈື່ງລົງກວດກາສະຖານທີ່ຕົວຈີງ ເພື່ອຕິດຕາມ ແລະ ຕັ້ງຈຸດກວດກາຢູ່ເຂດຫ້ວຍກວນ 02 ລະຫວ່າງ ບ້ານຫາດດອນຄູນ ຫາ ບ້ານທົ່ງພັນຄຳ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

ຕົກມາຮອດເວລາ 16 ໂມງ ຂອງວັນດຽວກັນ ຈື່ງພົບເຫັນເປົ້າໝາຍຂັບຂີ່ລົດຈັກ ເວບຈີນ ສີຟ້າມາຕາມເສັ້ນທາງ ເລກທີ່ 21 ເມື່ອມາຮອດຈຸດກວດກາ ທາງເຈົ້າໜ້າທີ່ຈື່ງໄດ້ລັດລົດຜູ້ກ່ຽວຂໍກວດຄົ້ນ ພົບເຫັນຢາຟີ່ນຈຳນວນ 03 ກ້ອນ ແລະ ຢາບ້າຈຳນວນ 01 ແພັກ, ເທົ່າກັບ 6.086 ເມັດ ທີ່ຊຸກເຊື່ອງໄວ້ໃນກະເປົ່າ ຂອງ ທ້າວ ຊົ່ງຫວາຢ່າງ ຈື່ງໄດ້ຈັບຕົວຜູ້ກ່ຽວມາສອບສວນ.

          ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ທ້າວ ຊົ່ງຫວາຢ່າງ  ອາຍຸ 48 ປີ ປະຊາຊົນບ້ານ ຫ້ວຍແກ້ວ ເມືອງ ຫີນເຫີບ ແຂວງວງຽຈັນ, ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນ 6.086 ເມັດ ພ້ອມຢາຟີ່ນຈຳນວນ 03 ກ້ອນ ເທົ່າກັບ 7 ຂີດທີ່ທາງເຈົ້າໜ້າທີ່ກວດພົບ ແມ່ນເປັນຂອງຜູ້ກ່ຽວຢ່າງແທ້ຈີງ.

ເຊິ່ງໃນວັນທີ່ 30 ຕຸລາ 2021 ເວລາ 10 ໂມງ ທ້າວ ຊົ່ງຫວາຢ່າງ ໄດ້ຂັບລົດຈັກເວບຈີນ ສີຟ້າ, ບໍ່ມີປ້າຍທະບຽນ ອອກມາແຕ່ບ້ານພູຄຳ ເມືອງບໍລິຄັນ ເພື່ອຈະມາເອົາຢາບ້າ ແລະ ຢາຟີ່ນນຳທ້າວ ກ ( ນາມສົມມຸດ ) ພໍມາຮອດຕະຫຼາດເມືອງບໍລິຄັນ ກໍ່ໄດ້ໄປເລາະຊື້ຢາໃຫ້ເມຍ ທີ່ບໍ່ສະບາຍ, ຈາກນັ້ນ ທ້າວ ກ ( ນາມສົມມຸດ ) ກໍ່ໄດ້ໂທລະສັບໃຫ້ມາຫາຢູ່ຮ້ານເຝີ ຂ້າງຕະຫຼາດ, ເມື່ອທັງສອງກີນເຝີແລ້ວ ທ້າວ ກ ( ນາມສົມມຸດ ) ກໍ່ໄດ້ຍ່າງມາຫາລົດ ວີໂກ່ (ສີ ຄີມ ) ບໍ່ຈື່ທະບຽນ, ແລ້ວເອົາກະເປົາເປ້ ທີ່ມີຢາບ້າ ແລະ ຢາຝິ່ນມາໃຫ້ຢູ່ຮ້ານເຝີ, ຈາກນັ້ນ ທ້າວ ກ ( ນາມສົມມຸດ ) ກໍ່ໄດ້ຂັບລົດກັບ ບ້ານຜາເມືອງ, ແລ້ວຕົນເອງກໍ່ໄດ້ກັບເມື່ອບ້ານພູຄຳ, ພໍມາຮອດເຂດຫ້ວຍກວນ 2 ຈື່ງຖຶກເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ກັກຕົວ ພ້ອມຂອງກາງຢາບ້າ ຈຳນວນ 6,086 ເມັດ ແລະ ຢາຝິ່ນ 03 ກ້ອນເທົ່າກັບ 07 ຂີດ.

          ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະແລ້ວ ທ້າວ ຊົ່ງຫວາຢ່າງ ແມ່ນມີເຈດຕະນາເຄື່ອນໄຫວ ພົວພັນ ຄ້າຂາຍຢາເສບຕິດ ( ຢາບ້າ ) ແລະ ຢາຝິ່ນຢ່າງແທ້ຈີງ, ການກະທຳດັ່ງກ່າວ ແມ່ນຜິດໃນມາດຕາ 315 ແລະ ມາດຕາ 317 ຂອງປະມວນກົດໝາຍອາຍາສະບັບປັບປຸງປີ 2017 ແຫ່ງ ສປປ ລາວ, ຈື່ງເຫັນສົມຄວນດຳເນີນຄະດີ ຕາມລະບຽບກົດໝາຍ.

About admin11