ຄຳເກີດ ເຜີຍແຜ່-ເຊຶ່ອມຊຶມກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຂອງເມືອງຄໍາເກີດ

ວັນທີ 20 ສີງຫາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມຶອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ຈັດປະຊຸມເຜີຍແຜ່-ເຊຶ່ອມຊຶມກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ຊຸດທີ I ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ຂອງສະຫາຍ ຜາສຸກ ຈູມມາລາວົງ ກຳມະການພັກເມືອງ, ຮອງເຈົ້າເມືອງຄຳເກີດ, ມີບັນດາສະມາຊິກພັກ ຈາກບໍລິສັດ-ລັດວິສາຫະກິດ, ກົມກອງ, ຫ້ອງການ ອ້ອມຂ້າງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງ ເຜີຍແຜ່ເອກະສານຄື: ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະ ກົດ 2021 ວ່າດ້ວຍເພີ່ມທະວີການນຳພາຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ສັງຄົມ ແລະ ຄຳສັ່ງເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

ສະຫາຍ ຜາສຸກ ຈູມມາລາວົງ ໄດ້ຍົກໃຫ້ເຫັນວ່າ: ພັກປະຊາຊົນປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ.

ກົດລະບຽບ ປະຊາຊົນປະຕິວັດລາວສະໄໝທີ XI ປະກອບມີ 15 ໝວດ, 64 ມາດຕາ ເຊິ່ງສະຫາຍ ໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ນຳເອົາກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ 11 ແລະ ມະຕິຄຳສັ່ງດັ່ງກ່າວໄປຈັດຕັ້ງຄົ້ນຄ້ວາເຊື່ອມຊຶນຜັນຂະຫຍາຍເຂົ້າໜ້າທີ່ວຽກງານຂອງຕົນໃນການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດເທື່ອລະກ້າວຕາມແນວທາງຂອງພັກ-ລັດວາງອອກ.

About admin11