ຄຳເກີດ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ

 

ໃນຕອນເຊົ້າຂອງວັນທີ 10 ທັນວາ 2020 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານໂດຍທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ.

ຈຸດປະສົງໃນການເຊື່ອມຊຶມຄັ້ງນີ້ ເພື່ອເຮັດໃຫ້ບັນດາຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ, ຫົວໜ້າ-ຄະນະຫ້ອງການ ແລະ ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງແຕ່ລະຫ້ອງການ ນຳມະຕິກອງປະຊຸມໃຫຍ່ຂອງແຂວງໄປເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຂອງຕົນ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງຄຳເກີດ ໄດ້ມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດ ທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄໍາໄຊຄັ້ງທີ VI ໃນໄລຍະຜ່ານມາ, ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ໄດ້ກຳນົດອອກໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ, ຮູ້ຜົນການເລືອກຕັ້ງອົງຄະນະພັກແຂວງບໍລິຄຳໄຊຄັ້ງທີ VII, ມີຄວາມເຂົ້າໃຈຢ່າງເລິກເຊີ່ງຕໍ່ທິດທາງແຜນການໃນໄລຍະປີ 2021-2025 ແລະ ແຜນພັດທະນາເສດທະກິດສັງຄົມຄັ້ງທີ V ປີ 2021-2025 ຂອງແຂວງ ພາຍໃຕ້ຄໍາຂັວນ“ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ”, ທັ້ງນີ້ ກໍ່ເພື່ອໃຫ້ສະມາຊິກພັກ, ພະນັກງານ ກຳໃຫ້ແໜ້ນ ແລ້ວນຳມາຜັນຂະຫຍາຍເປັນແຜນງານຂອງແຕ່ລະພາກສ່ວນ ແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈີງແລະ ມີປະສິດທິພາບສູງ.

 

About admin11