3 ເມືອງພູດອຍ ເປີດສັກວັກຊິນກັນພະຍາດໂຄວິດ-19 ໃຫ້ກັບກຸ່ມທີ່ມີຄວາມສ່ຽງຮອບທີ 1

 

ໃນຕອນເຊົ້າຂອງວັນທີ 23 ມີນາ 2021 ທີ່ຫ້ອງປະຊຸມ ຫ້ອງການສາທາລະນະສຸກເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ກັບກຸ່ມທີ່ມີຄວາມສ່ຽງ ຮອບທີ 1 ທີ່ໂຮງຫມໍຊຸມຊົນເມືອງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວຫນ້າພະແນກສາທາລະນະສຸກແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ.

ທ່ານ ດຣ ອໍາພອນ ພົມມະສານ ຫົວໜ້າຫ້ອງການສາທາເມືອງ ກ່າວວ່າ: ພະຍາດໂຄວິດ-19 ເປັນພະຍາດທີ່ລະບາດຢ່າງຮ້າຍແຮງໃນທົ່ວໂລກ ໄດ້ເຮັດໃຫ້ຄົນເສຍຊີວິດຢ່າງຫຼວງຫຼາຍ ແລະ ຍັງເປັນໄພຄຸກຄາມຕໍ່ປະຊາຊົນທົ່ວໂລກ ໂດຍສະເພາະເມືອງຄໍາເກີດແມ່ນໄດ້ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມໃຫ້ແກ່ປະຊາຊົນໃນການໃຊ້ຊີວິດປະຈໍາວັນ ນັບທັງການດຳລົງຊີວິດ ແລະ ການທໍາມາຄ້າຂາຍຂອງປະຊາຊົນ, ຢາທີ່ນໍາມາສັກນີ້ ມີຊື່ວ່າ ( ວັກຊິນ ຊີໂນຟຣາມ ) ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ໄດ້ນໍາມາສັກໃຫ້ແກ່ພະນັກງານການຫລັກແຫລ່ງ ແລະ ພະນັກງານລັດຖະກອນທົ່ວໄປຈໍານວນ 900 ໂດບ ( 900 ຄົນ ).

           ໃນເວລາດຽວກັ້ນນີ້ ລະຫວ່າງວັນທີ 23-24 ມີນາ 2021 ຢູ່ໂຮງໝໍຊຸມຊົນເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ເປີດຂະບວນການສັກຢາວັກຊິນກັນພະຍາດໂຄວິດ-19 ໃຫ້ກຸ່ມຄົນເປົ້າໝາຍທີມີຄວາມສ່ຽງ ຢູ່ເມືອງວຽງທອງ ແລະ ເມືອງໄຊຈໍາພອນ ເປັນຮອບທີ 1 ເປັນກຽດເຂົ້າຮ່ວມເປີດໂດຍ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການສາທາລະນະສຸກເມືອງວຽງທອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງໄຊຈໍາພອນ, ພະນັກງານແພດໝໍ ແລະ ບັນດາຜູ້ຢູ່ໃນເປົ້າໝາຍ ເຂົ້າຮ່ວມ.

About admin11