ຄຳເກີດ ເຊື່ອມຊຶມເອກະສານແຈ້ງຊັບສິນ ຄັ້ງທີ 3

ໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມ ເອກະສານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ຄັ້ງທີ 3 ຂອງເມືອງ ໃຫ້ກຽດເປັນປະທານໂດຍ ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ, ປະທານອົງການກວດກາເມືອງຄຳເກີດ.,ມີບັນດາຄະນະບໍລິຫານພັກເມືອງ, ຫົວໜ້າ, ຄະນະຫ້ອງການ ເຂົ້າຮ່ວມ.

ຈຸດປະສົງ ໃນການຈັດກອງປະຊຸມໃນຄັ້ງ ແມ່ນເພື່ອໃຫ້ບັນດາພະນັກງານ-ລັດຖະກອນຜູ້ ທີ່ຢູ່ໃນເປົ້າໝາຍແຈ້ງຊັບສິນ ໄດ້ຮັບຮູ້ ແລະ ເຂົ້າໃຈ ຂັ້ນຕອນການດຳເນີນແຈ້ງຊັບສິນ ແລະ ລາຍຮັບ ເພື່ອປະຕິບັດໄປຕາມດຳລັດເລກທີ 159/ລບ ວ່າງອອກ.

ກອງປະຊຸມ ໄດ້ຜ່ານດຳລັດເລກທີ 159/ລບ ແລະ ຄຳແນະນຳ ເລກທີ 46/ອກລ, ຄຳແນະນຳ ເລກທີ 15/ອກລ, ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ບາງບັນຫາເນື້ອໃນຂອງການແຈ້ງຊັບສິນ ແລະ ລາຍຮັບ ທີ່ຍັງບໍ່ທັນເຂົ້າໃຈຈະແຈ້ງ ເພື່ອຮັບປະກັນໃຫ້ພະນັກງານລັດຖະກອນ ທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້, ເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງແນ່ໃສ່ເຮັດໃຫ້ການແຈ້ງ, ການຮັບແຈ້ງຊັບສິນ ແລະ ລາຍຮັບໄດ້ດໍາເນີນໄປຢ່າງຖືກຕ້ອງ, ຈະແຈ້ງ ແລະ ມີຄວາມໂປ່ງໃສ.

 

About admin11