ຄຳເກີດ ເຊື່ອມຊຶມວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ພິທີເຜີຍແຜ່, ເຊື່ອມຊຶມ ຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໄດ້ຈັດຂື້ນໃນວັນທີ 11 ພະຈິກ 2021 ຢູ່ສະໂມສອນເມືອງຄຳເກີດ ແຂວງບໍລິຄຳໄຊ, ໃຫ້ກຽດເຜີຍແຜ່ເອກະສານໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ຫົວໜ້າຄະນະຮັບຜິດຊອບລົງເລິກການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ມີຄະນະບໍລິຫານງານພັກເມືອງ, ກູ່ມກໍ່ສ້າງຮາກຖານ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມເຊື່ອມຊຶມ.

ເອກະສານທີ່ນຳມເຜີຍແຜ່ປະກອບມີຄຳສັ່ງເລກທີ 02/ກມສພ ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ນິຕິກຳຂັ້ນແຂວງ ແລະ ແຜນຜັນຂະຫຍາຍ ວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ແຂວງບໍລິຄຳໄຊ, ໃນນັ້ນ ຄະນະນພັກ – ຄະນະປົກຄອງແຂວງ ບໍລິຄຳໄຊ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບນຳພາ – ຊີ້ນຳ ກ່ຽວກັບຄວາມຫຍູ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ອອກເປັນອັນລວມ ແລະ ອັນສະເພາະ.

ສຳລັບແຜນຜັນຂະຫຍາຍວາລະແຫ່ງຊາດການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄຳໄຊ ແມ່ນໄດ້ກຳນົດບັນດາໜ້າວຽກອອກເປັນອັນລະອຽດ ໂດຍອີງໃສ່ນິຕິກຳຂອງຂັ້ນເທິງ ແລະ ອີງໃສ່ຈຸດພິເສດພູມສັນຖານຂອງແຂວງ ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ ທີ່ໄດ້ປະຕິບັດຜ່ານມາ, ປະກອບມີ 5 ພາກ, ຖືບັນຫາຢາເສບຕິດ ເປັນມະຫັນຕະໄພຮ້າຍແຮງປຽບເໝືອນ ມະເຮັງຮ້າຍທາງສັງຄົມ ແລະ ການແກ້ໄຂບັນຫາຢາເສບຕິດ ແມ່ນສະໜາມຮົບໜື່ງທີ່ສຳຄັນ ປະກາດສົງຄາມຕໍ່ສູ້ກັບຢາເສບຕິດ ໃຫ້ມີປະສິດທິຜົນສຸງຂື້ນ ຈຳເປັນຈິ່ງຕ້ອງໄດ້ສ້າງແຜນງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດເພື່ອແກ້ໄຂບັນຫາດັ່ງກ່າວຢູ່ຂັ້ນທ້ອງຖິ່ນ ໂດຍປຸກລະດົມທຸກພາກສ່ວນໃນສັງຄົມມີສ່ວນຮ່ວມ ແລະ ພ້ອມກັນແກ້ໄຂຢ່າງເປັນຮູບປະທຳໃຫ້ດີຂື້ນເປັນກ້າວໆ ດ້ວຍຄໍາຂັນທີວ່າ: ການແກ້ໄຂບັນຫາຢາເສບຕິດ ແມ່ນບັ້ນຮົບທີ່ສໍາຄັນ ພວກເຮົາຕ້ອງຮ່ວມກັນຕໍ່ສູ້ ແລະ ດັບສູນ ເຮັດໃຫ້ສັງຄົມ ທ້ອງຖິ່ນ ປອດໄພຈາກບັນຫາຢາເສບຕິດ ກ້າວໄປສູ່ການກຳຈັດປັດເປົ່າໃຫ້ໝົດສີ້ນໄປ, ການແກ້ໄຂບັນຫາຢາເສບຕິດຕ້ອງປະຕິບັດຢ່າງເຂັ້ມງວດຕາມ 3 ຫຼັກການ, 2 ຢຶດໝັ້ນ, 2 ມາດຕະການ ແລະ 3 ຕ້ານ.

ທ່ານ ວັັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຍັງໄດ້ເນັ້ນໃຫ້ຄະນະບໍລິຫານງານພັກເມືອງຄຳເກີດຫຼາຍດ້ານ ໃນການຜັນຂະຫຍາຍວາລະແຫ່ງຊາດຢູ່ໃນທ້ອງຖິ່ນຄວາມຮັບຜິດຊອບຂອງຕົນ ຕ້ອງໄດ້ລົງເຖິງອຳນາດການການປົກຄອງຂັ້ນບ້ານ ເປັນເຈົ້າການໃຫ້ມີຄວາມເຂັ້ມແຂງ, ຕ້ອງໄດ້ເຂັ້ມງວດເດັດຂາດ ປາບປາມຜູ້ຜະລິດຕາມກົດໝາຍ ແລະ ມີການຖອດຖອນບົດຮຽນເປັນໄລຍະ.

About admins14