ຄຳເກີດ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021

ໃນຕອນເຊົ້າຂອງວັນທີ 9 ມີນາ 2022 ຫ້ອງການ – ການເງິນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງຄຳເກີດ ພາຍໃຕ້ການເປັນປະທານໂດຍ ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສັນຕິ ແສງພະທິດ ຮອງຫົວໜ້າຫ້ອງການ – ການເງີນເມືອງຄຳເກີດ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021 ແລະ ທິດທາງແຜນການປີ 2022 ວ່າ: ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ອີງຕາມແຈ້ງການຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການແຈ້ງແຜນງົບປະມານໃຫ້ເມືອງຄໍາເກີດຈັດຕັ້ງປະຕິບັດສະບັບເລກທີ 46/ຂບຊ, ລົງວັນທີ 15 ກຸມພາ 2021 ມີດັ່ງນີ້:  ແຜນລາຍຮັບເບື້ອງຕົ້ນລວມທັງຫມົດ 42.860.120.000 ກີບ ໃນນັ້ນມີ: ລາຍຮັບຈາກການດູນດ່ຽງ 35.579.930.000 ກີບ ລາຍຮັບພາຍໃນເມືອງ 7.280.190.000ກີບ.

ຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2021 ທຽບໃສ່ແຜນດັດແກ້ມີຄື: ດ້ານລາຍຮັບ: ປະຕິບັດໄດ້ທັງຫມົດ 40.145.612.252 ກີບ ເທົ່າ 95,60% ຂອງແຜນການປີ, ຫຼຸດແຜນການປີ 4,4 %, ໃນນີ້:  ລາຍຮັບຈາກການດຸ່ນດ່ຽງ: ປະຕິບັດໄດ້ 31,865,000.000 ກີບ ເທົ່າ 91,63% ຂອງແຜນການປີ, ຫຼຸດແຜນການປີ 8,37%. ລາຍຮັບພາຍໃນເມືອງ: ປະຕິບັດໄດ້ 8.280.612.252 ກີບ ເທົ່າ 114,69% ຂອງແຜນການປີ, ລື່ນແຜນການປີ 14,69 %, ລາຍຮັບສ່ວຍສາອາກອນ: ປະຕິບັດໄດ້ 7.091.945.290 ກີບ ເທົ່າກັບ 105,53 % ຂອງ ແຜນການປີ, ລື່ນແຜນການ 5,53%, ລາຍຮັບຄຸ້ມຄອງຊັບສິນຂອງລັດ: ປະຕິບັດໄດ້ 1,188.666.962 ກີບ ເທົ່າກັບ 237,73% ຂອງ ແຜນການປີ, ລື່ນແຜນການ 137,73%. ດ້ານລາຍຈ່າຍ: ປະຕິບັດໄດ້ທັງຫມົດ 40.116.626.390 ກີບ ເທົ່າກັບ 95,53% ຂອງແຜນການປີ, ຫຼຸດແຜນການປີ 4,47%.

ໃນທົ່ວເມືອງລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ-ວິຊາການ: ປະຕິບັດໄດ້ທັງຫມົດ 1.939.501.140 ກີບ ເທົ່າກັບ 7,83% ຂອງແຜນການປີ, ລຸດລົງ 0,83%.

ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ແລກປ່ຽນ, ເພີ່ມເຕີມບາງບັນຫາ ແລະ ປະກອບຄຳຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາກ່ຽວກັບການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານປະຈຳປີ 2021 ເປັນຕົ້ນແມ່ນ ພາສີທີ່ດີນ, ຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ.

ໃນຕອນທ້າຍ ໄດ້ຈັດພິທີມອບໃບຍ້ອງຍໍ ໃຫ້ແກ່ບັນດາຫ້ອງການ ແລະ ບໍລິສັດ ທີ່ມີຜົນງານດີເດັ່ນ ໃນການປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ຈໍານວນ 8 ໃບ ໃຫ້ກຽດມອບໂດຍ ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ.

 

 

About admin11