ຄຳເກີດ ສະຫລຸບວຽກງານກະສິກຳ ປະຈຳປີ 2021

ໃນຕອນເຊົ້າຂອງວັນທີ 1 ມີນາ 2022 ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳເກີດ ໄດ້ຈັດກອງປະຊຸມສະຫລຸບວຽກງານກະສິກຳ ແລະ ປ່າໄມ້, ພັດທະນາຊົນນະບົດ ແລະ ສະຫະກອນ ປະຈຳປີ 2021 ໂດຍການເປັນປະທານຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ເປັນປະທານຮ່ວມໂດຍ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ.

ທ່ານ ສົມພົນເພງ ລາດສະສົມບັດ ຫົວໜ້າຫ້ອງການກະສິກຳ – ປ່າໄມ້ເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກະສິກໍາ ແລະ ປ່າໄມ້ປະຈໍາປີ 2021 ວ່າ: ວຽກປູກຝັງ ຂຶ້ນແຜນປູກເຂົ້ານາແຊງ 50 ຮຕ, ປະຕິບັດໄດ້ 114 ຮຕ, ລື່ນແຜນ 128%, ສະມັດຕະພາບສະເລ່ຍ 4 ຕ/ຮຕ, ຜົນຜະລິດ 456.000 ກລ, ແຜນປູກເຂົ້ານາປີ, 6.893 ຮຕ, ປະຕິບັດໄດ້ຕາມແຜນ 100%, ສະມັດຕະພາບສະເລ່ຍ 4 ຕຮຕ, ຜົນຜະລິດ 27 ລ້ານ ກວ່າ ກລ, ເຂົ້ານາສັກປະຕິບັດໄດ້ 216 ຮຕ, ສະມັດຕະພາບ 2,5 ຕ/ຮຕ, ຜົນຜະລິດ 5 ລ້ານ ກລ, ລື່ນຄາດຫມາຍ 3,13%, ຜະລິດເຂົ້າແນວພັນໄດ້ 5.200 ກລ.

ການປູກພືດໃນລະດູແລ້ງ ແລະ ໃນລະດູຝົນ: ຂຶ້ນແຜນປູກພືດໃນລະດູແລ້ງ 3.853 ຮຕ, ປະຕິບັດໄດ້ 3.881 ຮຕ, ຜົນຜະລິດໄດ້ 15.242,9 ກລ, ລື່ນແຜນ 0,72%; ຂຶ້ນແຜນປູກພືດໃນລະດູຝົນ 4.567 ຮຕ, ປະຕິບັດໄດ້ 5.591 ຮຕ, ຜົນຜະລິດ 64.115,2 ໂຕນ, ລື່ນແຜນ 22,4% ລວມຜົນຜະລິດລະດູແລ້ງ ແລະ ລະດູຝົນ 79.358,1 ໂຕ່ນ.

ສົ່ງເສີມການປູກໄມ້ໃຫ້ຫມາກ ແລະ ຂະຫຍາຍພັນໄມ້ໃຫ້ຫມາກ ສົ່ງເສີມຄອບຄົວຕົວແບບປູກຫມາກກ້ຽງ 6,4 ຮຕ, ມີ 11 ຄ/ຄ ແລະ ມີລາຍຮັບ 70 ລ້ານກີບ/ປີ /ຄອບຄົວ ແລະ ຍັງໄດ້ຂະຫຍາຍພັນໄມ້ໃຫ້ຫມາກຈໍານວນຫນື່ງ.

ຊຸກຍູ້ສົ່ງເສີມການປູກຜັກເຮືອນຮົ່ມ 10 ບ້ານ, ມີ 159 ຫຼັງ, ມີເຮືອນຮົ່ມເປີດ – ປິດ 3 ຫຼັງ, ກຸ່ມປູກຜັກບ້ານນາຫາດສ້າງລາຍຮັບໄດ້ 350 ກວ່າກີບ ກີບ/ກຸ່ມ/ປີ, ວຽກງານລ້ຽງສັດ ແລະ ການປະມົງ: ເມືອງຄໍາເກີດມີຟາມສັດລ້ຽງ 6 ແຫ່ງ, ມີຫນອງປາ 239 ຫນອງ, ປ່ອຍປາແລ້ວ 1 ລ້ານ 9 ແສນກວ່າໂຕ, ມີເນື້ອທີ່ ຫນອງຂຸດ 19,12 ຮຕ, ຫນອງທໍາມະຊາດ 90 ຮຕ ແລະ ສາມາດສະຫນອງຊີ້ນປາ 54,2 ໂຕ່ນ, ສະເລ່ຍທາດຊີ້ນໄດ້ 53 ກິໂລ/ຄົນ/ປີ, ຜະລິດໄຂ່ໄກ່ທົ່ວເມືອງໄດ້ 4 ລ້ານກວ່າຫນ່ວຍ/ປີ.

ທົ່ວເມືອງ ມີຄວາຍ 6.222 ໂຕ, ງົວ 20.478 ໂຕ, ຫມູ 6.951 ໂຕ, ແບ້ 9.975 ໂຕ, ໄດ້ສໍາເລັດການສັກຢາວັນຊິນ 50.116 ໂຕ, ເທົ່າກັບ 78%; ສັດຢາວັກຊິນສັດປີກ 134.905 ໂຕ, ເທົ່າກັບ 80,8% ແລະ ສັກ ຢາປິ່ນປົວສັດລ້ຽງງົວ, ຄວາຍ, ຫມູ, ແບ້, ຫມາ 1.464 ໂຕ; ມີຊົນລະປະທານທັງຫມົດ 314 ແຫ່ງ, ລັດສ້າງຂຶ້ນ 36 ແຫ່ງ, ຊົນລະປະທານປວງຊົນ 278 ແຫ່ງ, ໃນລະດູຝົນສາມາດສະຫນອງນ້ຳໄດ້ 3.543 ຮຕ, ລະດູແລ້ງ 50 ຮຕ ແລະ ມີການສໍາລຸດເປ່ເພມີ 7 ແຫ່ງ, ໄດ້ຮັບການສ້ອມແປງຊົນລະປະທານນ້ໍາກົວະບ້ານນາຈະໄຫຼ່.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຂຶ້ນປະກອບຄໍາຄິດເຫັນຂອງແຕ່ລະຂະແໜງການ, ພ້ອມນັ້ນ ກໍ່ໄດ້ມອບໃບຍ້ອງຍໍຈໍານວນ 5 ໃບ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນທີ່ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານກະສິກໍາ ແລະ ປ່າໄມ້ ປະຈໍາປີ 2021 ໃຫ້ກຽດມອບໂດຍ  ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ.

 

About admin11