ຄຳເກີດ ລະນຶກວັນລັດຖະທຳມະນູນ ຄົບຮອບ 30 ປີ

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2021 ຢູ່ຫ້ອງປະຊຸມ ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ໃຫ້ກຽດຂຶ້້ນປາຖະກະຖາ ໂດຍ ທ່ານ ວິໄລ ສີສະຫມຸດ ປະທານກວດກາພັກ-ລັດເມືອງ, ມີບັນດາຄະນະຫ້ອງການ, ພະນັກງານຫຼັກແຫຼ່ງ ພາຍໃນເມືອງ ເຂົ້້າຮ່ວມ.

ໃນພິທີ ທ່ານ ວິໄລ ສີສະຫມຸດ ໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ, ຄວາມໝາຍ ຄວາມສຳຄັນຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ເຊິ່ງເປັນກົດໝາຍພື້ນຖານຂອງຊາດ ແລະ ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນໄລຍະ 30 ປີຜ່ານມາ, ເຊິ່ງເປັນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກ ມາເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນ.

ວັນທີ 15 ສິງຫາ 1991 ວັນສ້າງຕັ້ງລັດຖະທຳມະນຸນ ແມ່ນເປັນເຫດການທາງການເມືອງທີ່ສຳຄັນຂອງຊາດ ທັງເປັນຂີດໝາຍອັນໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດ ແຫ່ງກົດໝາຍ, ເຊິ່ງມັນສ່ອງແສງ ໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ທັງເປັນການຢັ້ງຢືນຕໍ່ໂລກກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

         ຈຸດປະສົງ ກໍ່ເພື່ອໃຫ້ພະນັກງານ ລັດຖະກອນພາຍໃນເມືອງ ໄດ້ຮັບຮູ້ ເຂົ້າໃຈ ເຖິງຄວາມໝາຍ ຄວາມສຳຄັນ ຂອງລັດຖະທຳມະນຸນ, ຄວາມຈຳເປັນ ທີ່ຕ້ອງໄດ້ຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເຊິ່ງມັນໄດ້ເປັນບາດກ້າວໃໝ່ ແຫ່ງການສ້າງສາພັດທະນາປະເທດຊາດ, ລັດຖະທຳມະນຸນ ເປັນກົດໝາຍພື້ນຖານ ໃຫ້ແກ່ການສ້າງກົດໝາຍ ແລະ ນິຕິກຳອຶ່ນໆ ໃນກາານຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍຄວາມເປັນເອກະພາບ.

About admin11