ຄຳເກີດ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານໂຄສະນາເຜີຍແຜ່ປູກຈິດສໍານຶກກ່ຽວກັບການອະນຸລັກຊັບພະຍາກອນທໍາມະຊາດເພື່ອການນໍາໃຊ້ແບບຍືນຍົງ


ໃນຕອນເຊົ້າຂອງວັນທີ 11 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານໂຄສະນາເຜີຍແຜ່ປູກຈິດສໍານຶກຂັ້ນເມືອງ ກ່ຽວກັບການອະນຸລັກຊັບພະຍາກອນທໍາມະຊາດ ເພື່ອການນໍາໃຊ້ແບບຍືນຍົງໃນອານາຄົດ ໂດຍການເປັນປະທານຂອງທ່ານ ຄຸດສະຫວາດ ພົນສີລາ ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ.


ຈຸດປະສົງໃນການຈັດຝຶກອົບຮົມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ນັກສໍາມະນາກອນ ໃນການປູກຈິດສໍານຶກດ້ານການອະນຸລັກ ແລະ ປັກປັກຮັກສາວິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ຕິດພັນກັບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ໂດຍໃຫ້ເຂົາເຈົ້າມີສ່ວນຮ່ວມເຂົ້າໃນວຽກງານອະນຸລັກໃຫ້ຫຼາຍຂຶ້ນ ແລະ ຍັງເປັນການຄຸ້ມຄອງຊັບພະຍາກອນປ່າໄມ້, ພັນສັດນໍ້າ-ສັດປ່າທີ່ໃກ້ຈະສູນພັນໃນ ສປປ ລາວ.


ຫົວຂໍ້ທີ່ນໍາມາຝຶກໃນຄັ້ງນີ້ ມີ: ຍຸດທະສາດກ່ຽວກັບການອະນຸລັກ, ວິເຄາະໄພຂົ່ມຂູ່, ຍຸດທະສາດໜ່ວຍງານປະຕິບັດລະບຽບການ, ຂັ້ນຕອນການປັບປຸງຊີວິດການເປັນຢູ່, ການສ້າງລາຍຮັບໃຫ້ແກ່ຊຸມຊົນ, ຄວາມໝາຍ ແລະ ປະເພດຂອງຊັບພະຍາກອນທໍາມະຊາດ, ຄວາມໝາຍການຄຸ້ມຄອງ, ຄວາມແຕກຕ່າງລະຫວ່າງການອະນຸລັກ ແລະ ສະຫງວນ, ແນວຄິດດ້ານການອະນຸລັກ, ຄວາມໝາຍ ຄວາມສໍາຄັນຂອງຊີວະນາໆພັນ, ຄວາມໝາຍຂອງລະບົບນິເວດ, ຄວາມໝາຍຂອງການພັດທະນາ.
ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 8 ວັນຈຶ່ງສໍາເລັດ.

About admin11