ຄຳເກີດ ຝຶກອົບຮົມການນໍາໃຊ້ຄອມພິວເຕີ ໃຫ້ 7 ບ້ານເປົ້າໝາຍ

ໃນວັນທີ 8 ກັນຍາ 2022 ທີ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທຶນເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມໃຫ້ຮູ້ບໍາລຸງຮັກສາ ແລະ ນໍາໃຊ້ຄອມພິວເຕີ ໃຫ້ບ້ານເປົ້າໝາຍໂດຍການເປັນປະທານຂອງທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ, ມີຫ້ອງການ, ພ້ອມດ້ວຍຄູຝຶກ ແລະ ນັກສໍາມະນາກອນ ບ້ານເປົ້າຫມາຍ 7 ບ້ານ ເຂົ້າຮ່ວມ.

ການຝຶກອົບຮົມ ນໍາໃຊ້ຄອມພິວເຕີ ແຕ່ວັນທີ 7 – 8 ກັນຍາ 2022 ມີນັກວິທະຍາກອນມາຈາກ ແຂວງ ບໍລິຄໍາໄຊ 1 ທ່ານ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 16 ທ່ານ ທີ່ມາຈາກ 7 ບ້ານເປົ້າໝາຍທົ່ວເມືອງ ຄໍາເກີດ, ບົດຮຽນທີ່ນໍາຝຶກປະກອບມີ 3 ບົດ ຄື: ຄວາມຮູ້ພື້ນຖານກ່ຽວກັບຄອມພິວເຕີ, ການນໍາໃຊ້ເວີດ 2019 ແລະ ການນໍາໃຊ້ອິນເຕີເນັດ.

ພາຍຫລັງສຳເລັດ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມ ໃຫ້ແກ່ນັກສໍາມະນາກອນ ມອບໂດຍ ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ.

ໃນຕອນທ້າຍ ທ່ານຮອງເຈົ້າເມືອງ ໄດ້ເນັ້ນໜັກສໍາມະນາກອນທຸກຄົນ ໃຫ້ເອົາຄວາມຮູ້ທີ່ຜ່ານການຝຶກຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານໃຫ້ໄດ້ຮັບໝາກຜົນ ເພາະມັນເປັນສິ່ງທີ່ສໍາຄັນຫຼາຍໃນຍຸກປະຈຸບັນ ເວົ້າລວມ, ເວົ້າສະເພາະກໍ່ແມ່ນຍຸກໄອທີ, ໄດ້ນໍາໃຊ້ລະບົບອິນເຕີເນັດເຂົ້າໃນວຽກງານ ເພື່ອສະດວກໃນການຕິດຕໍ່ພົວພັນວຽກງານໃຫ້ກ້າວໄປສູ້ຍຸກທີ່ທັນສະໄໝ.

About admins14