ຄຳເກີດ ປີດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ໄລຍະ 45 ວັນ ຮຸ່ນທີ 4

ພິທີປີດຊຸດອົບຮົມບໍາລຸງທີດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ, ຮຸ່ນທີ 53 ຂອງແຂວງ, ຮຸ່ນທີ່ 4 ໃຫ້ພະນັກງານສະມາຊີກພັກຂອງເມືອງຄໍາເກີດ ໄດ້ຈັດຂື້ນໃນວັນທີ 10 ມີນາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການມືອງຄໍາເກີດ, ໃຫ້ກຽດເປັນປະທານໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ , ມີບັນດາຄະນະຮັບຜິດຊອບການຝືກອົບຮົມຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດພະນັກງານສະມາຊິກພັກຈາກກົມກອງຫ້ອງການ ເຂົ້າຮ່ວມ.

ຊຸດຝືກອົບຮົມໄລຍະສັ້ນຊຸດທີ່ 4 ເມືອງຄໍາເກີດ ໄດ້ເລີ່ມແຕ່ວັນທີ 5 ມັງກອນ ຫາ 25 ກຸມພາ 2022 ໄດ້ສໍາເລັດລົງ ເຊິ່ງບັ້ນຝຶກອົບຮົມຄັ້ງນີ້ ປະກອບມີຄະນະຊີ້ນໍາລວມ 3 ທ່ານ, ຄະນະຮັບຜິດຊອບ 9 ທ່ານ,  ມີບັນດາຄູອາຈານ ມາຈາກຫຼາຍຂົງເຂດການນຳຫຼັກແຫຼ່ງຂອງເມືອງຄຳເກີດ ຈຳນວນ 24 ທ່ານ, ຍິງ 2 ທ່ານ, ມີນັກສໍາມະນາກອນທັງໝົດ 67 ສະຫາຍ, ຍີງ 13 ສະຫາຍ, ສ່ວນຫຼາຍແມ່ນພະນັກງານຫຼັກແຫຼ່ງ, ພະນັກງານນໍາພາມາຈາກຂົງເຂດຕ່າງໆ ພາຍໃນເມືອງ.

ເນື້ອໃນເອກະສານທີ່ນໍາມາສິດສອນໃນຄັ້ງນີ້ ແມ່ນປະຕິບັດຕາມໂຄງການຫຼັກສູດ 45 ວັນ ສະບັບປັບປຸງ ທີ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດກຳນົດໄວ້ ເຊີ່ງປະກອບມີ 5 ກຸ່ມວິຊາຫຼັກ ລວມມີ 39 ບົດ ຄື: ຊົ່ວໂມງບັນລະຍາຍ ເອກະສານ 156 ຊົ່ວໂມງ, ຄົ້ນຄວ້າ-ສຳມະນາ 37 ຊົ່ວໂມງ, ໄປທັດສະນະສຶກສາເພື່ອຖອດຖອນບົດຮຽນພຶດຕິກຳຕົວຈິງ 7 ຊົ່ວໂມງ, ໂດຍພື້ນຖານແມ່ນປະຕິບັດຄົບຖ້ວນທຸກປະການ.

ທ່ານ ເພັດສະໃໝ ໄຊຍະທິຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານ ທີ່ມີຄວາມຮັບຜິດຊອບສູງ ເຂົ້າຮ່ວມຝຶກອົບຮົມ ຍົກລະດັບທິດສະດີການເມືອງ-ການປົກຄອງ 45 ວັນໃນຄັ້ງນີ້, ເຖີງຈະເປັນໄລຍະສັ້ນ ແຕ່ກໍ່ມີເນື້ອໃນອັນຄົບຖ້ວນ ເພື່ອນໍາໄປໜູນໃຊ້ປະກອບສ່ວນເຂົ້າໃນໜ້າທີ່ວຽກງານໃຫ້ເກີດຜົນປະໂຫຍດໃນການພັດທະນາໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດ ແລະ ໄດ້ຮັບຄຸນນະພາບສູງຂື້ນ.

 

About admin11