ຄຳເກີດ ຕໍ່ສັນຍາວ່າດ້ວຍການເບີກຈ່າຍເງິນອຸດໜຸນໃຫ້ນາຍບ້ານ ຜ່ານລະບົບ U-Money

ຕອນເຊົ້າຂອງວັນທີ 11 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງການພາຍໃນ ເມືອງຄຳເກີດ  ແຂວງບໍລິຄຳໄຊ ໄດ້ຈັດພິທີເຊັນສັນຍາສືບຕໍ່ ວ່າດ້ວຍການເບີກຈ່າຍເງິນອຸດໜູນໃຫ້ນາຍບ້ານລະຫວ່າງ ຫ້ອງການພາຍໃນເມືອງຄຳເກີດ ແລະ ບໍລິສັດ ສະຕາຟີນເທັກຈຳກັດຜູ້ດຽວ ແຂວງບໍລິຄຳໄຊ ເຂົ້າຮ່ວມເປັນປະທານໂດຍ ທ່ານ ຜາສຸກ ຈຸມມະລາວົງ ຮອງເຈົ້າເມືອງຄຳເກີດ, ມີບັນດາຫົວໜ້າຫ້ອງການພາຍໃນເມືອງຄຳເກີດ, ຜູ້ອຳນວຍການບໍລິສັດສະຕາຟີນເທັກຈຳກັດຜູ້ດຽວແຂວງບໍລິຄຳໄຊ  ຄະນະກຳມະການຂັ້ນເມືອງ, ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ທ່ານ ລຳທອງ ແກ້ວລະຄອນ ຫົວໜ້າຫ້ອງການພາຍໃນເມືອງຄຳເກີດ ໃຫ້ຮູ້ວ່າ: ເພື່ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດນະໂຍບາຍຊຸກຍູ້ ຕໍ່ອົງການປົກຄອງບ້ານ ໂດຍ ສະເພາະ ແມ່ນການເບີກຈ່າຍເງິນອຸດຫນູນໃຫ້ແກ່ຄະນະບ້ານພາຍໃນເມືອງຄໍາເກີດ ໃຫ້ມີຄວາມວ່ອງໄວ, ປະຢັດງົບປະມານ ແລະ ຫຼຸດຜ່ອນຂອດຂັ້ນການບໍລິການຕ່າງໆຂອງລັດ, ທັງເປັນການປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍ ຂອງພັກ – ລັດ ໃນການຫັນເປັນທັນສະໄຫມເທື່ອລະກ້າວ.

ສະນັ້ນ ໃນໄລຍະປີ 2021 ຫ້ອງການພາຍໃນເມືອງ ໃນນາມຕາງຫນ້າໃຫ້ແກ່ອົງການປົກຄອງເມືອງຄໍາເກີດ ຈຶ່ງໄດ້ເຮັດທົດລອງສັນຍາກັບບໍລິສັດ ສະຕາຟີນເທັກ ຈໍາກັດຜູ້ດຽວ ແຂວງບໍລິຄໍາໄຊ ເພື່ອບໍລິການເບີກຈ່າຍເງິນອຸດຫນູນໃຫ້ແກ່ຄະນະບ້ານ 62 ບ້ານ ພາຍໃນເມືອງຄໍາເກີດ ຜ່ານລະບົບບໍລິການຢູມັນນີ (U-Money) ຂອງບໍລິສັດ ສະຕາຟີນເທັກ ຈໍາກັດ ຜູ້ດຽວ.

       ໂດຍເຫັນໄດ້ຂໍ້ສະດວກ ແລະ ຄວາມພໍໃຈຂອງຜູ້ຮັບບໍລິການ ທັງສອງພາກສ່ວນ ຈຶ່ງໄດ້ເຊັນຕໍ່ສັນຍາ ວ່າດ້ວຍການເບີກຈ່າຍເງິນອຸດໜຸນໃຫ້ອົງການປົກຄອງບ້ານ, ຕາງໜ້າອຳນາດການປົກຄອງເມືອງ ເຊັນລົງນາມໂດຍ ທ່ານ ລຳທອງ ແກ້ວລະຄອນ  ຫົວໜ້າຫ້ອງການພາຍໃນເມືອງຄຳເກີດ ແລະ ບໍລິສັດສະຕາຟິນເທັກ ເຊັນລົງນາມໂດຍ ທ່ານ ນາງ ດາວອນ ເພັດສານຸພົນ ອຳນວຍການບໍລິສັດສະຕາໂທລະຄົມ ສາຂາ ແຂວງບໍລິຄຳໄຊ ໂດຍມີແຂກທີ່ຖືກເຊີນເປັນສັກຂີພິຍານ.

 

About admin11