ຄຳເກີດ ຈັດອົບຮົມວຽກງານກອງທຶນສິນເຊື່ອບ້ານເປົ້າໝາຍຂອງແຜນງານລາວ/030


ເພື່ອເຮັດໃຫ້ການບໍລິຫານ, ການຄຸ້ມຄອງ ວຽກງານກອງທຶນສິນເຊື່ອ ໃນ 27 ບ້ານເປົ້າໝາຍ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ມີຄວາມຢືນຍົງ ແລະ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ດີຂື້ນ ແລະ ລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

            ໃນວັນທີ 20 ຕຸລາ 2020 ຢູ່ທີ່ສູນວັດທະນະທຳເດັກ ເມືອງຄຳເກີດ ໄດ້ຈັດຝືກອົມຮົມກະກຽມເປີດກອງທຶນສິນເຊື່ອຂັ້ນບ້ານ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະກອງທືນສິນເຊື່ອບ້ານເປົ້າໝາຍຂອງແຜນງານລາວ/030 ເປັນກຽດເປັນປະທານໂດຍ ທ່ານ ນາງ ສຸກຜາລີ ແສງສົມພູ ປະທານສະຫະພັນແມ່ຍິງເມືອງ.

ທ່ານ ນາງ ສຸກຜາລີ ແສງສົມພູ ກ່າວວ່າ: ແຜນງານລາວ/030 ແມ່ນໄດ້ສືບຕໍ່ຈາກໂຄງການ 021 ໃນເມື່ອກ່ອນ ແລະ ໂຄງການດັ່ງກ່າວໄດ້ເຂົ້າຢູ່ໃນ 4 ແຂວງ, ໃນນັ້ນ ແຂວງບໍລິຄຳໄຊ ກໍ່ເປັນແຂວງໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼື່ອຈາກໂຄງການອາດາ ແລະ ເຂົ້າຢູ່ 3 ເມືອງ ຄື: ເມືອງຄຳເກີດ, ເມືອງວຽງທອງ ແລະ ເມືອງບໍລິຄັນ ເຊິ່ງເມືອງຄຳເກີດມີ 27 ບ້ານເປົ້າໝາຍ.

ການຈັດອົບຮົມນີ້ ກໍ່ເພື່ອໃຫ້ຜູ້ບໍລິຫານ ຫລື ຄຸ້ມຄອງລະບົບການປ່ອຍສິນເຊື່ອຂັ້ນບ້ານ ຂອງແຜນງານລາວ/030 ຢູ່ຕາມບ້ານເປົ້າໝາຍ ເຫັນໄດ້ຄວາມໝາຍ ຄວາມສຳຄັນ ຂອງການປ່ອຍສິນເຊື່ອ ໃຫ້ແກ່ຜູ້ເຮັດການປູກຝັງ – ລ້ຽງສັດ ໂດຍແນໃສ່ ໃຫ້ການຊ່ວຍເຫລືອທາງດ້ານການເງິນ ແກ່ປະຊາຊົນ ທີ່ທຳການຜະລິດ ແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ, ທັງນີ້ ກໍ່ເພື່ອເປັນອີກປັດໃຈໜຶ່ງ ທີ່ຈະຊ່ວຍໃຫ້ເຂົາເຈົ້າ ໄດ້ພັດທະນາຄອບຄົວ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກາຍເປັນຄອບຄົວພັດທະນາ ໃນອະນາຄົດ.

ການຈັດຝືກອົບຮົມດັ່ງກ່າວ ແມ່ນໄດ້ຈັດແບ່ງອອກເປັນ 4 ຊຸດ, ຊຸດ 1 ໃຊ້ເວລາ 3 ວັນ ຈຶ່ງສໍາເລັດ.

About admin11