ຄຳເກີດ ຈັດກອງປະຊຸມປຶກສາຫາລື ແຜນພັດທະນາຊັບພະຍາກອນມະນຸດ 5 ປີ

 
ໃນຕອນບ່າຍຂອງວັນທີ 22 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ແຜນພັດທະນາຊັບພະຍາກອນມະນຸດ 5 ປີ ( 2021-2025 ) ໂດຍການເປັນປະທານຂອງທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ.


ຈຸດປະສົງຂອງກອງປະຊຸມ ກໍ່ເພື່ອປັບປຸງຍຸດທະສາດການພັດທະນາຊັບພະຍາກອນມະນຸດ ໃຫ້ແທດເໝາະກັບສະພາບຕົວຈິງ, ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ກອງປະຊຸມ ຍັງໄດ້ວາງຄາດໝາຍ ແລະ ຈຸດສຸມໃນການພັດທະນາຊັບພະຍາກອນມະນຸດດ້ານການເມືອງ-ແນວຄິດ, ການກໍ່ສ້າງ ແລະ ຄຸ້ມຄອງພະນັກງານ, ການສຶກສາ, ສຸຂະພາບ ແລະ ພາລະນາໄມ, ແຮງງານ ແລະ ວັດທະນະທໍາ ໃຫ້ບັນລຸຕາມລະດັບຄາດໝາຍ.

About admin11