ຄຳຄິດຄຳເຫັນຂອງພໍ່ແມ່ປະຊາຊົນ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ

ເພື່ອເປີດກວ້າງການປະກອບຄຳຄິດຄຳເຫັນ, ຄຳສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຕໍ່ວຽກງານສໍາຄັນຕ່າງໆຂອງແຂວງ ທີ່ໄດ້ຮັບການຈັດຕັ້ງປະຕິບັດໄລຍະຜ່ານມາ, ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ເປີດໂອກາດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ສະເໜີ ແລະ ປະກອບຄໍາຄິດເຫັນ ຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ໂດຍບໍ່ເສຍຄ່າໃຊ້ຈ່າຍ.

ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາຊົນແຂວງບໍລິຄຳໄຊຊຸດທີII ໄດ້ດຳເນີນເປັນເວລາ 3 ວັນ ແຕ່ວັນທີ 31 ມັງກອນ ເຖີງ ວັນທີ 2 ກຸມພາ 2023 ສັງລວມແລ້ວ ມີຄຳສະເໜີ, ຄໍາຄິດ – ຄໍາເຫັນຕໍ່ການພັດທະນາເສດຖະກິດ – ສັງຄົມມາຍັງກອງປະຊຸມ ມີທັງໝົດ 11 ສາຍ 11 ເລື່ອງ ທີ່ກ່ຽວກັບຫຼາຍວຽກງານ ແລະ ຕິດພັນກັບຫຼາຍຂະແໜງການຂອງແຂວງ ເປັນຕົ້ນແມ່ນ ສະເໜີໃຫ້ຄະນະຮັບຜິດຊອບ ເຂັ້ມງວດໃນແກ້ໄຂບັນຫາຢາເສບຕິດ ເພາະຜ່ານການປະຕິບັດວາລະແຫ່ງຊາດ ເຫັນວ່າບັນຫາຢາເສບຕິດຍັງມີການແຜ່ລະບາດ, ການຈັດສັນທີ່ດິນ ເພື່ອໃຫ້ປະຊາຊົນມີດິນທໍາການຜະລິດ, ເພີ່ມທະວີການຕິດຕາມ, ກວດກາ ບັນຫາສິ່ງແວດລ້ອມ ທີ່ໄດ້ຮັບຜົນກະທົບຈາກໂຮງຈັກໂຮງງານ ແລະ ການດໍາເນີນກິດຈະການ ຂອງບາງຫົວໜ່ວຍທຸລະກິດ.

ສະເໜີໃຫ້ສືບຕໍ່ປັບປຸງ ແລະ ກໍ່ສ້າງເສັ້ນທາງໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ, ເອົາໃຈໃສ່ສົ່ງເສີມ ແລະ ຊຸກຍູ້ ການຜະລິດຂອງປະຊາຊົນ ແລະ ບັນດາກຸ່ມການຜະລິດຕ່າງໆ, ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີການລົງເຄື່ອນໄຫວ, ຕິດຕາມ ແລະ ການແກ້ໄຂ ຄໍາຮອງຂອງພໍ່ແມ່ປະຊາຊົນ, ຍົກສູງການນໍາໃຊ້, ການປະຕິບັດກົດໝາຍຢ່າງເຂັ່ມງວດ, ຍຸຕິທໍາ ແລະ ອື່ນໆ.

About admins16