ຄາລາວານທາງແບ່ງຫລັກ 20 ມອບອຸປະກອນ ຊຸກຍູ້ການສຶກສາ ເກືອບ 30 ລ້ານກີບ

ໃນວັນທີ 13 ຕຸລາ 2020 ຢຸ່ສະໂມສອນໂຮງຮຽນ ມສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳ ທິມງານຄາລາວານທາງແບ່ງຫລັກ 20 ເມືອງປາກກະດິງ ໄດ້ນຳເຄື່ອງອຸປະກອນການຮຽນ ມາມອບໃຫ້ 3 ໂຮງຮຽນ ຄື: ໂຮງຮຽນປະຖົມທາດພູວຽງ, ປະຖົມຈອມທອງ ແລະ ມສ ຈອມທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາຈານ ປະນົມໄພ ຈັນທະວົງ ຄະນະຫ້ອງກາສຶກສາທິການ-ກິລາເມືອງ, ມີອຳນາດການປົກຄອງບ້ານ , ຄູ, ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ເຄື່ອງທີ່ທີມງານນໍາມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກການລະດົມນໍານັກທຸລະກິດ, ນິຕິບຸກຄົນ, ຫ້າງຮ້ານຕ່າງໆ ເພື່ອຊື້ເຄື່ອງອຸປະກອນການຮຽນ, ອຸປະກອນກິລາ, ວັດສະດຸກໍ່ສ້າງ ແລະ ເງິນສົດ ລວມມູນຄ່າທັງໝົດ 29.999.000 ກີບ.

ເຄື່ອງອຸປະກອນການຮຽນ ແລະ ອຸປະກອນກິລາ ແມ່ນມອບໃຫ້ໂຮງຮຽນປະຖົມທາດພູວຽງ ແລະ ປະຖົມຈອມທອງ, ສ່ວນວັດສະດຸກໍ່ສ້າງ ແມ່ນມອບໃຫ້ ໂຮງຮຽນ ມສ ຈອມທອງ ເພື່ອນຳໄປກໍ່ສ້າງສະໂມສອນຂອງໂຮງຮຽນ ທີ່ກໍ່ສ້າງຍັງບໍ່ທັນສຳເລັດ. ຕາງໜ້າມອບໂດຍທ່ານ ຊຽງມູນ ໄຊຍະສານ ຫົວໜ້າທີມງານຄາລະວານທາງແບ່ງ-ຫຼັກ20 ຕາງໜ້າຮັບແມ່ນ ອາຈານ ໄພມະນີ ແກ້ວດວງສີ ຜູ້ອໍານວຍການໂຮງຮຽນ ມສ ຈອມທອງ.

ໂອກາດດຽວກັນນີ້ ທ່ານ ຊຽງເພັດ ອີນຄຳມະວົງ ອຳນວຍການ ບໍລິສັດ ວັນດີ ໄຟຟ້າຈຳກັດໄດ້ປະກອບສ່ວນເງິນສົດ 1.000.000 ກີບ ໂດຍຊ້ອງໜ້າ ທ່ານ ອາຈານ ປະນົມໄພ ຈັນທະວົງ ຄະນະຫ້ອງການສຶກສາທິການ-ກິລາເມືອງ ແລະ ອຳນາດການປົກຄອງບ້ານ, ຄູ, ອາຈານ, ນ້ອງນັກຮຽນແລະ ທີມງານຄາລະວານທາງແບ່ງ-ຫຼັກ20 ເຂົ້າຮ່ວມເປັນສັກຂີພິຍານ.

About admins16