ຄາດໝາຍເສດຖະກິດມະຫາພາກ ຂອງແຂວງບໍລິຄຳໄຊ ຈຳນວນໜຶ່ງ ບໍ່ໄດ້ຕາມແຜນທີ່ວາງໄວ

ຄາດໝາຍຈຳນວນໜຶ່ງໃນດ້ານເສດຖະກິດມະຫາພາກ ບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານຕໍ່ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝ ທີ VII ທີ່ໄດ້ໄຂຂຶ້ນໃນວັນທີ 3 ມັງກອນ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ທ່ານຮອງເຈົ້າແຂວງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2020 ມີຫຼາຍວຽກງານສຳຄັນ ໜຶ່ງໃນນັ້ນ ກໍ່ແມ່ນດ້ານເສດຖະກິດມະຫາພາກ ເຫັນວ່າລວມຍອດຜະລິດຕະພັນພາຍໃນ (GPP) ຕາມແຜນແມ່ນ 6.682 ຕື້ກີບ, ບັນລຸໄດ້ 6.083,93 ຕື້ກີບ, ອັດຕາການຂະຫຍາຍຕົວຂອງເສດຖະກິດ 2,88% ຕາມແຜນແມ່ນ 7,8%, ດ້ານລາຍຮັບ ປະຕິບັດໄດ້ 563,28 ຕື້ກີບ ເທົ່າກັບ 94,64% ໃນນັ້ນ ລາຍຮັບພູດສູນກາງ ປະຕິບັດໄດ້ 403,69 ຕື້ກີບ ເທົ່າກັບ 91,90% ຂອງແຜນການດັດແກ້ ແລະ ລາຍຮັບພູດທ້ອງຖິ່ນ ປະຕິບັດໄດທັງໝົດ 159,58 ຕື້ກີບ ລື່ນແຜນ 2,53%.

ຜານການຈັດຕັ້ງປະຕິບັດຕົວຈິງ ມີບາງຕົວເລກບໍ່ໄດ້ຕາມເປົ້າໝາຍທີ່ກຳນົດໄວ້ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ມີການປິດດ່ານປະເພນີ-ດ່ານສາກົນ ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າຫລຸດລົງ ເປັນຕົ້ນແມ່ນ ນ້ຳມັນເຊື້ອໄຟ, ພາຫະນະ-ອາໄຫຼ່ ແລະ ເຄື່ອງໃຊ້ໄຟຟ້າ.

ທ່ານ ບຸນເສັງ ປະທຳມະວົງ ຍັງໄດ້ລາຍງານຕື່ມອີກວ່າ: ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ຕໍ່ກັບຂົງເຂດເສດຖະກິດ ທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ໂດຍສະເພາະ ການລະບາດຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ພື້ນຖານການເກັບລາຍຮັບໄດ້ຫຼຸດລົງ, ການນຳເຂົ້າ-ສົ່ງອອກຢຸດສະຫງັກໄລຍະໜຶ່ງ, ການບໍລິການອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ຕ້ອງໄດ້ສືບຕໍ່ປັບປຸງ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໃນການພັດທະນາພື້ນຖານໂຄງລ່າງຈຳນວນໜຶ່ງຍັງຊັກຊ້າ, ການຜະລິດກະສິກຳຍັງເປັນຂະໜາດນ້ອຍກະແຈກກະຈາຍ, ສະມັດຕະພາບຕ່ຳ, ເຂດຜະລິດສະເພາະເພື່ອສະໜອງວັດຖຸດິບໃຫ້ແກ່ອຸດສາຫະກຳປຸງແຕ່ງ ເກີດຂຶ້ນບໍ່ທັນຫຼາຍ, ການສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະ ກາງ ຍັງພົບຄວາມຫຍຸ້ງຍາກ, ການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ການວັດແທກ-ມາດຖານ ບໍ່ທັນກວ້າງຂວາງ ແລະ ອື່ນໆ.

About admins14