ຄະນະ ອພສ ເມືອງ ທ່າພະບາດ ມອບເຄື່ອງຊຸກຍູ້ວຽກງານສະເພາະກິດຂັ້ນແຂວງ

ໃນທ້າຍເດືອນ ສິງຫາ 2021 ອົງການພຸດທະສາສະໜາສໍາພັນລາວ ເມືອງ ທ່າພະບາດ ໂດຍການນຳພາຂອງ ພຣະ ຄູ ບຸນອຸ້ມ ອິນທິລາດວົງສີ ເຈົ້າຄະນະ ເມືອງ ທ່າພະບາດ, ທ່ານ ຄຳຜິວ ໄຊຍະນາສີ ຫົວໜ້າຫ້ອງວ່າການປົກຄອງເມືອງ ທ່າພະບາດ ພ້ອມດ້ວຍຄະນະ ໄດ້ພ້ອມກັນລະດົມເຄື່ອງອຸປະໂພກແຕ່ລະວັດ ທີ່ຢູ່ພາຍໃນເມືອງ ທ່າພະບາດ ເພື່ອມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຂອງແຂວງບໍລິຄຳໄຊ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຜ້າຫົ່ມ, ເສື່ອນອນ, ໝອນ, ມຸ້ງ ຈຳນວນ 100 ກ່ວາ ຊຸດ ແລະ ຕຽງນອນ 72 ໜ່ວຍ ເພື່ອນຳໄປມອບໃຫ້ສູນກັກກັນຂັ້ນແຂວງ.

ຈຸດປະສົງ ກໍ່ເພື່ອເປັນການຊຸກຍູ້ ຊ່ວຍເຫລືອ ສູນກັກກັນຂັ້ນແຂວງ ທີ່ຕ້ອງໄດ້ມີຄວາມພ້ອມ ໃນການຮັບຜູ້ເຂົ້າກັກກັນ ໃນຊ່ວງການລະບາດພະຍາດໂຄວິດ – 19.

About admin11