ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ

ໃນວັນທີ 19 ທັນວາ 2022 ຢູ່ຫ້ອງຮັບຮອງແຂວງບໍລິຄຳໄຊ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ໄດ້ເປັນກ້ຽດຕ້ອນຮັບ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ເນື່ອງໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ.

ການມາຢ້ຽມຢາມແຂວງບໍລິຄຳໄຊ ໃນຄັ້ງນີ້ຂອງທ່ານຮອງຫົວໜ້າຄະນະໂຄສະນາອົບຮົມ ແມ່ນມາຕິດຕາມ ແລະ ຊຸກຍູ້ ແຂວງບໍລິຄຳໄຊ ດ້ານວຽກງານຫາງສຽງສັງຄົມ ແລະ ການແກ້ໄຂປະກົດການຫຍໍ້ທໍ້ດ້ານຫາງສຽງສັງຄົມ, ການຂື້ນຫ້ອງສອນໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານຫາງສຽງສັງຄົມຢູ່ເມືອງບໍລິຄັນ.

ໂອກາດນີ້ ທ່ານ ວັນວິໄລ ແດນພູຫຼວງ ໄດ້ກ່າວສະແດງສະຄວາມຍິນດີຕ້ອນຮັບ ແລະ ຕີລະຄາສູງ ຕໍ່ການລົງມາເຄື່ອນໄຫວເຮັດວຽກ ຂອງຄະນະໂຄສະນາອົບຮົມສູນກາງພັກ, ພ້ອມນັ້ນ ທ່ານຍັງໄດ້ລາຍງານກ່ຽວກັບວຽກງານສັງລວມ – ຫາງສຽງສັງຄົມ ຂອງແຂວງ ເຊີ່ງແມ່ນໜຶ່ງໃນວຽກງານທີ່ຄະນະພັກ – ຄະນະນໍາ ແຂວງບໍລິຄຳໄຊ ໄດ້ສຸມໃສ່ຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່ສູງ, ສໍາລັບຫາງສຽງສັງຄົມຂອງແຂວງ ສ່ວນໃຫຍ່ແມ່ນກ່ຽວກັບການເພີ່ມຂຶ້ນຂອງລາຄາສິນຄ້າ, ອັດຕາແລກປ່ຽນເງິນຕາ ບໍ່ປົກກະຕິ ແລະ ອື່ນໆ ທີ່ເຮັດໃຫ້ມີຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ, ນອກນັ້ນ ທາງແຂວງ ຍັງໄດ້ເພີ່ມທະວີຕິດຕາມ, ກວດກາ ແລະ ຕ້ອບໂຕ້ ກຸ່ມຄົນບໍ່ດີທີ່ສວຍໃຊ້ສື່ສັງຄົມອອນລາຍ ປ່ອຍຂ່າວທີ່ບໍ່ມີມູນຄວາມຈິງ ໃສ່ຮ້າຍປ້າຍສີ, ໂຈມຕີ ຕໍ່ແນວທາງນະໂຍບາຍຂອງພັກ – ລັດ ຢ່າງທັນເວລາ.

About admins14