ຄະນະສູນກາງ ຮ່ວມກັບ ແຂວງບໍລິຄຳໄຊ ປຶກສາຫາລືກ່ຽວກັບຄວາມທ້າທາຍ ແລະ ກາລະໂອກາດ ໃນການພັດທະນາເສດຖະກິດຂອງແຂວງ

ກອງປະຊຸມລະຫວ່າງ ຄະນະສູນກາງ ຮ່ວມກັບ ແຂວງບໍລິຄຳໄຊ ໃນຫົວຂໍ້ ຄວາມທ້າທາຍ ແລະ ກາລະໂອກາດ ໃນການພັດທະນາເສດຖະກິດຂອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມີນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໂດຍການເປັນປະທານຮ່ວມຂອງທ່ານ ຈັນທະບູນ ລັດຕະນະວົງ ຫົວໜ້າຄະນະຊ່ວຍວຽກທ່ານນາຍົກລັດຖະມົນຕີ ແລະ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະສະພາການຄ້າອຸດສາຫະກຳແຫ່ງຊາດລາວ, ຄະນະນຳຂອງແຂວງ, ສະພາການຄ້າແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບການລາຍງານສະພາບໂດຍຫຍໍ້ໃນການດຳເນີນທຸລະກິດພາຍໃນແຂວງ ໃນປີ 2021 ແລະ ແຜນຈຸດສຸມ ປີ 2022 ວ່າ: ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ປະກອບຄຳເຫັນໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອເປັນການປັບປຸງບັນຊີ ກິດຈະການຄວາມຄຸມ ແລະ ກິດຈະການສໍາປະທານ ໃນນີ້: ກິດຈະການບັນຊີຄວບຄຸມ ປັບປຸງຈາກບັນຊີເກົ່າ ມີ 44 ກິດຈະການ ເປັນ 72 ກິດຈະການ, ບັນຊີກິດຈະການສຳປະທານ ຈາກ 23 ກິດຈະການ ຕັດອອກ 1 ກິດຈະການ ແລະ ເພີ່ມເຂົ້າໃໝ່ 1 ກິດຈະການ.

ຕໍ່ໜ້ານີ້ຄາດວ່າການພິຈາລະນາໂຄງການສຶກສາ ຄວາມເປັນໄປໄດ້ໃນການລົງທຶນສຳປະທານດ້ານກະສິກຳ – ປ່າໄມ້ ແລະ ບໍລິການ ພົ້ນເດັ່ນແມ່ນແຂວງໄດ້ແຕ່ງຕັ້ງຄະນະວິຊາການຄົ້ນຄວ້າວຽກງານສົ່ງເສີມການລົງທຶນພາກ ເອກະຊົນພາຍໃນ ແລະ ຕ່າງປະເທດ ເພື່ອຄົ້ນຄວ້າ, ວິເຄາະ, ວິໄຈ, ປະກອບຄຳເຫັນ ຕໍ່ບັນດາໂຄງການລົງທຶນ ຕາມທິດຊີ້ນໍາຂອງຂັ້ນເທິງ.

ການຄຸ້ມຄອງໂຄງການຊ່ວຍເຫຼືອເພື່ອການພັດທະນາ ແຜນງານລາວ 030 (ສະຫຼຸບງວດ 4 ປີ 2021) ວຽກງານພັດທະນາຊຸມຊົນ 501 ກິດຈະກຳ ມູນຄ່າ 17 ຕື້ ສໍາເລັດ 376 ກິດຈະກຳ, ກຳລັງປະຕິບັດ 101 ກິດຈະກຳ ຍັງບໍ່ໄດ້ປະຕິບັດ 24 ກິດຈະກໍາ, ທຶນການປ່ຽນແປງຂອງສະພາບດິນຟ້າອາກາດ ຂອງ LUXDEV 63 ກິດຈະກໍາ ມູນຄ່າ 1,38 ຕື້ກີບ ສຳເລັດ 24 ກິດຈະກຳ, ກຳລັງປະຕິບັດ 2 ກິດຈະກໍາ ຍັງບໍ່ໄດ້ປະຕິບັດ 18 ກິດຈະກໍາ, ທຶນການປ່ຽນແປງຂອງສະພາບດິນຟ້າອາກາດ ຂອງ SDC ມີ 62 ກິດຈະກຳ ມູນຄ່າ 1,17 ຕື້ ກີບ ອະນຸມັດ 33 ກິດຈະກໍາ, ສຳເລັດ 18 ກິດຈະກຳ ກຳລັງປະຕິບັດ 15 ກິດຈະກຳ, ສ່ວນທີ່ເຫຼືອ 29 ກິດຈະກຳ ແມ່ນກຳລັງກະກຽມ, ວຽກງານກໍ່ສ້າງພື້ນຖານໂຄງລ່າງ 36 ໂຄງການ ມູນຄ່າ 18,25 ຕື້ກີບ ສຳເລັດ 35 ໂຄງການ ກຳລັງປະຕິບັດ 1 ໂຄງການ ມູນຄ່າ 333 ລ້ານກີບ.

ກອງປະຊຸມຍັງພ້ອມກັນປຶກສາຫາລືຕໍ່ວຽກງານດັ່ງກ່າວ ເປັນຕົ້ນແມ່ນບັນຫາການສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ, ນະໂຍບາຍ ແລະ ນິຕິກຳຕ່າງໆ, ກົນໄກການຄຸ້ມຄອງ ແລະ ອັດຊ່ອງຫວ່າງຮົ່ວໄຫລ ທີ່ຕິດພັນກັນ ການຈັດຕັ້ງປະຕິບັດລາຍຮັບງົບປະມານລະຫວ່າງຂັ້ນສູງກາງ ແລະ ທ້ອງຖິ່ນ, ການສົ່ງເສີມການປະຢັດ, ຕ້ານການຟູມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ, ປະສິດທິຜົນຂອງການລົງທຶນຂອງລັດ, ການຄວບຄຸມອັດຕາເງິນເຟີ້ຂັ້ນແຂວງ ແລະ ບັນຫາການຄຸ້ມຄອງລັດດ້ວຍກົດໝາຍ ໂດຍສະເພາະ ການແກ້ໄຂບັນຫາລົດລັດ ແລະ ລົດທີ່ນາເຂົ້າໂດຍບໍ່ຖືກຕ້ອງ ຕາມກົດໝາຍ ແລະ ບັນຫາອື່ນທີ່ປິ່ນອ້ອມ.

About admins16