ຄະນະສື່ມວນຊົນກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຄື່ອນໄຫວວຽກງານຢູ່ກ້ອງບັນຊາການ ປກສ ແຂວງບໍລິຄຳໄຊ

ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ, ໃນວັນທີ 12 ກັນຍາ 2022 ຄະນະສື່ມວນຊົນກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ລົງເຄື່ອນໄຫວຫວຽກງານ ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ສປປ ລາວ ເຊິ່ງນໍາພາໂດຍ ສະຫາຍ ພັຈວ ຫງວຽນ ແທັງຟອງ, ສະຫາຍ ຮອ ຮວ່າງ ອ່າຍເວີ່ນ ຄະນະບັນນາທິການ ພ້ອມດ້ວຍນັກວິຊາການຖ່າຍທຳ 3 ສະຫາຍ, ໃຫ້ກຽດຕ້ອນຮັບ ໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ  ຫົວໜ້າກອງບັນຊາການ ປກສ ເເຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ.

ການມາປະຕິບັດໜ້າທີ່ວຽກງານຂອງກົມສື່ມວນຊົນຈາກກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດ ນາມ ໃນຄັ້ງນີ້ໄດ້ບັນທຶກພາບ ແລະ ຖ່າຍພາບການເຄື່ອນໄຫວເຮັດວຽກງານວິຊາສະເພາະຂອງນາຍ ແລະ ພົນຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ເພື່ອສ້າງເປັນບົດສາລະຄະດີມູນເຊື້ອຄວາມສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານລະຫ່ວາງສອງກໍາລັງປ້ອງກັນຄວາມສະຫງົບຫວຽດນາມ – ລາວ, ລາວ – ຫວຽດນາມ ເຊັ່ນ: ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ການປະຕິບັດວຽກງານວິຊາສະເພາະຂອງຫ້ອງຕໍາຫຼວດ, ວຽກງານຄຸ້ມຄອງຄົນຕ່າງປະເທດ, ວຽກງານການກວດກາຄົນເຂົ້າອອກເມືອງຢູ່ດ່ານສາກົນປາກຊັນ, ການອອກປື້ມຜ່ານແດນໃຫ້ແກ່ປະຊາຊົນ ແລະ ພະນັກງານຂອງເຈົ້າໜ້າທີ່ກວດຄົນເຂົ້າອອກເມືອງ ຫ້ອງສັນຕິບານ.

ທ່ານ ພັອ ກົງຈັນ ໄຊປັນຍາ ກ່າວວ່າ: ແຂວງບໍລິຄໍາໄຊ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັນກັບ ແຂວງຮາຕິ່ງ ແລະ ແຂວງ ເຫງະອານ ສສ ຫວຽດນາມ ມີ 3 ເມືອງ ຄື: ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງ ໄຊຈໍາພອນ ໄດ້ກໍານົດຈຸດກໍ່ສ້າງລວມທັງໝົດມີ 14 ຈຸດ, ໃນໄລຍະຜ່ານມາກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກັບກອງບັນຊາການ ປກສ ແຂວງ ຮາຕິ່ງ, ປກສ ແຂວງ ເງະອານ, ກອງບັນຊາການທະຫານຊາຍແດນ ແຂວງຮາຕິ່ງ, ແຂວງເງະອານ ກໍໄດ້ມີການຮ່ວມມືປະສານສົມທົບກັນຢ່າງເເໜ້ນເເຟ້ນໃນວຽກງານປ້ອງກັນຄວາມສະຫງົບ ຄວາມເປັນບຽບຮ້ອຍຕາມຊາຍແດນ, ໂດຍສະເພາະແມ່ນວຽກງານປ້ອງກັນສະກັດກັ້ນຕ້ານກັບການກໍ່ອາດສະຍາກຳ, ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ເຄື່ອນໄຫວກະທຳຜິດອື່ນໆ.

ທ່ານໄດ້ກ່າວຕື່ມວ່າ: ຫວຽດນາມ – ລາວ, ລາວ – ຫວຽດນາມ ແມ່ນສອງປະເທດອ້າຍນ້ອງບ້ານໃກ້ເຮືອນຄຽງຮ່ວມກັນ ປະຊາຊົນບັນດາແຂວງຊາຍແດນຂອງສອງປະເທດ ມີປະຫວັດສາດອັນຍາວນານທີ່ຕິດພັນກັບຂະບວນການຕໍ່ສູ້ອັນດຸເດືອດຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່, ຈາກການເສຍສະລະອັນໃຫຍ່ຫຼວງ ແລະ ຜ່ານຜ່າສິ່ງທ້າທາຍຫຼາຍປະການນັ້ນ ຍິ່ງເຮັດໃຫ້ປະຊາຊົນສອງຊາດລາວ – ຫວຽດນາມ ນັບມື້ນັບສະໜິດສະໝົມຮ່ວມມືຊ່ວຍເຫຼືອເຊີ່ງກັນ ເເລະ ກັນໃນຫຼາຍຂົງເຂດ ໂດຍສະເພາະຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ ແມ່ນໜຶ່ງໃນບັນດາປັດໄຈສໍາຄັນໃນການເສີມຂະຫຍາຍທ່າແຮງດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເພື່ອຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພທາງສັງຄົມຂອງຂອງສອງປະເທດ.

About admins14