ຄະນະພັກ ປກສ ແຂວງ ລົງຢ້ຽມຢາມພະນັກງານບຳນານ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ, ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ (2 ທັນວາ 1975 – 2 ທັນວາ 2022) ໃນວັນທີ 02 ທັນວາ 2022, ຄະນະພັກ, ຄະນະກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ ນໍາພາໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂັວນ ເຂົ້າອວຍພອນໄຊ ທ່ານ ພັອ ຄຳໝັ້ນ ແກ້ວປະເສີດ ອະດີດຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ແລະ ທ່ານ ພັທ ຄຳໝັ້ນ ຂຸນຈັນທະ ວິລະຊົນແຫ່ງຊາດ, ອະດີດຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ.

ທ່ານ ພັອ ກົງຈັນ ໄຊປັນຍາ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ ກ່າວສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໄຊອັນປະເສີດມາຍັງ ທ່ານ ພັອ ຄໍາໝັ້ນ ແກ້ວປະເສີດ ແລະ ທ່ານ ພັທ ຄໍາໝັນ ຂຸນຈັນທະ ຈົ່ງມີສຸຂະພາບແຂງແຮງ, ມີອາຍຸໝັ້ນຂັວນຍືນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.

ໃນໂອກາດດຽວກັນ ທ່ານ ພັອ ຄໍາໝັ້ນ ແກ້ວປະເສີດ ແລະ ທ່ານ ພັທ ຄໍາໝັ້ນ ຂຸນຈັນທະ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນໄຊ ໃຫ້ທ່ານ ພັອ ກົງຈັນ ໄຊປັນຍາ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ ທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເຮັດໜ້າທີ່ອັນມີກຽດທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ໄດ້ຮັບຜົນສໍາເລັດ, ສືບຕໍ່ປັບປຸງກໍ່ສ້າງກໍາລັງ ປກສ ແຂວງ ບໍລິຄໍາໄຊໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ພ້ອມກັນຍາດໄດ້ຜົນງານ ແລະ ໄຊຊະນະອັນໃໝ່ຍິ່ງໃຫ່ຍກ່ວາເກົ່າ.

About admins16