ຄະນະພັກຮາກຖານ ຫ້ອງພາລາທິການ ເປີດກອງປະຊຸມຄະນະພັກຮາກຖານ ຄັ້ງທີ 4 ສະໄໝທີ I

 

ຄະນະພັກຮາກຖານ ຫ້ອງພາລາທິການ ປກສ ແຂວງ ບໍລິຄຳໄຊ ໄດ້ເປີດກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 4 ສະໄໝທີ I ໃນວັນທີ 26 ມັງກອນ 2021 ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງ ສະຫາຍ ພັທ ສົມຄິດ ໄຊສົງຄາມ ຄະນະພັກກອງບັນຊາການ, ເລຂາພັກຮາກຖານ ຫົວໜ້າຫ້ອງພາລາທິການ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພັອ ກົງຈັນ ໄຊປັນຍາ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາຄະນະພັກຮາກຖານອ້ອມຂ້າງທີ່ຖືກເຊີນຕະຫຼອດຮອດສະມາຊິກພັກ, ພະນັກງານຫຼັກແຫຼ່ງຫ້ອງພະລາທິການ ເຂົ້າຮ່ວມ.

ສະຫາຍ ພັທ ສົມຄິດ ໄຊສົງຄາມ ໄດ້ຂື້ນຜ່ານບົດສະຫຼຸບວຽກງານຂອງຄະນະພັກຮາກຖານ ໃນໄລຍະ 3 ເດືອນຜ່ານມາ ປີ 2020 ແລະ ທິດທາງແຜນການໃນຕໍ່ໜ້າປີ 2021 ເຊີ່ງໄດ້ຍົກຜົນງານຜົນສໍາເລັດທີ່ສາມາດເຮັດໄດ້ ຄື: ໄດ້ຖືເອົາວຽກງານນໍາພາສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ນຳເອົາແນວທາງ, ມະຕິ ແລະ ເອກະສານທີ່ສໍາຄັນຂອງພັກ-ລັດ ມາເຊື່ອມຊືມເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ພາຍໃນຫ້ອງ ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດ, ເຮັດສຳເລັດໜ້າທີ່ວຽກງານວິຊາສະເພາະຕາມສິດ, ພາລະບົດບາດ ທີ່ໄດ້ກຳນົດໄວ້ ເຊັ່ນ: ເອົາໃຈໃສຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຜ່ານແຜນ, ເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານປົກກະຕິ ແລະ ເງິນວິຊາສະເພາະຕ່າງໆ, ຈັດຕັ້ງການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍລວມສູນປະຕູດຽວ ຫັນເຂົ້າສູ່ລະບຽບຫຼັກການເທື່ອລະກ້າວ, ເອົາໃຈໃສ່ກວດກາຕິດຕາມສຸຂະພາບພະນັກງານການນໍາ, ນາຍ ແລະ ພົນຕໍາຫຼວດ, ຜູ້ຖືກຫາ, ນັກໂທດ-ດັດສ້າງ, ຕິດຕາມ, ກວດກາ, ຄຸ້ມຄອງການນໍາໃຊ້ໄຟຟ້າ-ນໍ້າປະປາ, ອຸປະກອນ, ພາຫະນະເຕັກນິກ, ຍຸດໂທປະກອນຕ່າງໆ, ຕອບສະໜອງເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງຮັບໃຊ້ຫ້ອງການມາເບີກຈ່າຍໃຫ້ນາຍ ແລະ ພົນຕໍາຫຼວດໄດ້ທ່ວງທັນຕາມແຜນການ, ວຽກງານປັບປຸງການຈັດຕັ້ງ-ກໍ່ສ້າງພັກ-ພະນັກງານ ແລະ ວຽກງານກວດກາຄະນະໄດ້ລົງເລິກຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍເນື້ອໃນການກໍ່ສ້າງໜ່ວຍພັກປອດໃສ່ເຂັ້ມແຂງໜັກແໜັນ ຕາມ 5 ເນື້ອໃນ ເຊິ່ງໃນໄລຍະຜ່ານມາ ສາມາດຈັດແບ່ງປະເພດໜ່ວຍພັກແຂງ 03 ໜ່ວຍ, ໜ່ວຍພັກກາງ 01 ໜ່ວຍ, ຈັດແບ່ງປະເພດສະມາຊິກພັກແຂງໄດ້ 49 ສະຫາຍ, ກາງ 02 ສະຫາຍ, ອ່ອນ 02 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ 03 ສະຫາຍ, ຮຽນລະບຽບພັກ 04 ສະຫາຍ, ຍິງ 01 ສະຫາຍ, ສົ່ງໄປຮຽນວິຊາສະເພາະ 02 ສະຫາຍ.

ຕໍ່ກັບຜົນງານຜົນສໍາເລັດ ທີ່ຍາດມາໄດ້ນັ້ນ ຍັງມີຂໍ້ຄົງຄ້າງບາງດ້ານ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນແກ້ໄຂໃຫ້ດີຂື້ນເປັນກ້າວໆ, ຈາກນັ້ນ ບັນດາສະຫາຍທີ່ເຂົ້າຮ່ວມກໍ່ໄດ້ພ້ອມກັນຂື້ນປະກອບຄໍາຄິດ ຄໍາເຫັນໃສຮ່າງບົດສະຫຼຸບ ແລະ ທິດທາງແຜນການໃຫ້ຄົບຖ້ວນສົມບູນຂື້ນຕື່ມ, ທີ່ປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ຄັ້ງທີ 3 ສະໄໝທີ III.

ຕອນບ່າຍຂອງວັນດຽວກັນ ສະຫາຍ ພັນໂທ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າ ກອງບັນຊາການ ປກສ ແຂວງ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ເຊີ່ງສະຫາຍໄດ້ເນັ້ນຫຼາຍບັນທີ່ສຳຄັນຕໍ່ວຽກງານພາລາທິການ, ໃຫ້ບັນດາຄະນະພັກ ແຕ່ລະຂັ້ນເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມະຊິກພັກ, ພະນັກງານ-ນັກຮົບ, ໃຫ້ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດ, ສຶບຕໍ່ຈັດຕັ້ງປະຕິບັດຄຸ້ມຄອງລາຍຮັບ-ລາຍຈ່າຍ, ຊອກຫາແຫຼ່ງລາຍຮັບເພີ່ມ, ສ້າງພະລາທີການກັບທີ່ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະໃຫ້ມີປະສິດທິຜົນດີຂື້ນເທື່ອລະກ້າວ.

About admin11