ຄະນະພັກຮາກຖານຫ້ອງວ່າການແຂວງ ປະກາດກົງຈັກການຈັດຕັ້ງພັກ

ພິທີປະກາດກົງຈັກການຈັດຕັ້ງພັກ, ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ 5 ຂອງຄະນະພັກຮາກຖານຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ພະຈິກ 2021 ຢູ່ຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຄະນະຫ້ອງວ່າການແຂວງ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 504/ຄປພ.ຂບຊ ລົງວັນທີ 11 ພະຈິກ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ສົມໃຈ ຄຸນພະໄຊ ເປັນວ່າການເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 497, 498, 499/ຄປພ.ຂບຊ ລົງວັນທີ 21 ຕຸລາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳຫຼ້າ ຫຼວງແສງເພັດ ເປັນເລຂາໜ່ວຍພັກຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ, ແຕ່ງຕັ້ງ ສະຫາຍ ສົມໃຈ ແກ້ວສຸວັນ ເປັນເລຂາໜ່ວຍພັກຄົ້ນຄວ້າສັງລວມ, ແຕ່ງຕັ້ງ ສະຫາຍ ພັນສະໝອນ ຈັນທະສອນ ເປັນເລຂາໜ່ວຍພັກຈັດຕັ້ງ, ກວດກາ ແລະ ກໍ່ສ້າງຮາກຖານການເມືອງ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 522/ຄປພ.ຂບຊ ລົງວັນທີ 19 ພະຈິກ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ປກຊ-ປກສ ແລະ ວິໄຈການເມືອງ ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ ຄື: ສະຫາຍ ເພັດສະໄໝ ໂຮມຂະສິດ ເປັນເລຂາໜ່ວຍພັກ, ສະຫາຍ ຄຳພອນ ສຸລິວົງ ເປັນຮອງ ແລະ ສະຫາຍ ເຄນພອນ ຄຳພະໄຊ ເປັນຜູ້ກວດກາ.

ທ່ານ ບຸນສົງ ເພັດຈະເລີນ ໄດ້ເວົ້າວ່າ ການບົ່ງຕົວແຕ່ງຕັ້ງໃນຄັ້ງນີ້ ກໍ່ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໃຫ້ບັນດາສະຫາຍ ທີ່ຖືກແຕ່ງຕັ້ງ ເອົາໃຈໃສ່ສຶກສາອົບການເມືອງ-ແນວຄິດ ໃຫ້ເລິກເຊີ່ງກວ້າງຂວາງ, ກຳແໜ້ນໃຫ້ໄດ້ເຖິງສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ, ຕັ້ງໜ້າຍົກລະດັບພະນັກງານໃນການຊອກຮູ້ຮ່ຳຮຽນທາງດ້ານວິສະເພາະ, ຍົກສູງຄວາມເປັນແບບຢ່າງນໍາໜ້າທາງດ້ານຄຸນທາດການເມືອງ, ມີແບບແຜນການນໍາພາ, ໃຫ້ຮັກສາຄວາມສາມັກຄີເປັນເອກະພາບ ບົນຫຼັກການລວມສູນປະຊາທິປະໄຕ ແລະ ຮັບປະກັນໄດ້ໃນຄວາມຮັບຊອບຂອງຕົນທີ່ໄດ້ຮັບໝອບໝາຍ.

About admins16