ຄະນະພັກຮາກຖານຫ້ອງວ່າການແຂວງ ທາບທາມບຸກຄະລາກອນ ຮອບທີ II

ກອງປະຊຸມທາບທາມບຸກຄະລາກອນ ກະກຽມກອງປະຊຸມໃຫຍ່ ຄັ້ງທີ V ຄະນະພັກຮາກຖານຫ້ອງວ່າການແຂວງ ຮອບທີ II ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຂົ້າຮວມໂດຍ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຈາກຄະນະຈັດຕັ້ງແຂວງ, ຄະນະພັກຮາກຖານ ແລະ ສະມາຊິກພັກພາຍໃນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່, ເຊື່ອມຊຶມ 3 ເອກະສານ ຄື: ເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເຊິ່ງໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມູນເຊື້ອ ແລະ ຄວາມໝາຍ-ຄວາມສຳຄັນ ກ່ຽວກັບຄວາມສາມັກຄີເປັນເອກະພາບພາຍໃນພັກ, ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຄວາມໝາຍຄວາມສຳຄັນ ຂອງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ ເຊິ່ງແຕ່ລະເອກະສານ ລ້ວນແລ້ວແຕ່ເປັນບ່ອນອີງ ໃນການຕີລາຄາຄືນການຊີ້ນຳ-ນຳພາ ຂອງຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກໃນໄລຍະຜ່ານມາ.

ຈຸດປະສົງ ກໍ່ເພື່ອຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ.

ບັ້ນດຳເນີນຊີວິດການເມືອງຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 6 – 7 ມັງກອນ 2022 ຈຶ່ງສໍາເລັດ ໂດຍຈະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງ 2 ພາກ ແລະ ຜ່ານບົດສໍາຫຼວດການນໍາພາ, ບົດສໍາຫຼວດບຸກຄົນຄະນະພັກ ແລະ ບົດສະຫຼຸບບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ, ນອກນັ້ນ ຍັງຈະໄດ້ຮັບຟັງການຜ່ານມາດຖານ-ເງື່ອນໄຂ ຜູ້ທີ່ຈະເປັນຄະນະພັກຊຸດໃໝ່ ແລະ ດໍາເນີນການທາບທາມ ຄະນະໜ່ວຍພັກໜ່ວຍພັກຮອບ II.

About admins14