ຄະນະພັກຮາກຖານພັກດ່ານຊາຍແດນ ສາກົນປາກຊັນ ເປີດບັ້ນດໍາເນີນຊີວິດການເມືອງ 6 ເດືອນຕົ້ນປີ

ບັ້ນດໍາເນີນຊີວິດການເມືອງ ການປະເມີນສະມາຊິກພັກ ແລະ ດໍາເນີນຊີວິດພັກ ປະຈໍາ 06 ເດືອນຕົ້ນປີ 2022 ຂອງຄະນະພັກຮາກຖານດ່ານຊາຍແດນ ສາກົນປາກຊັນ ແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມຂອງດ່ານ ໃນຕອນເຊົ້າ ວັນທີ 05 ສິງຫາ 2022 ໂດຍການເປັນປະທານຂອງສະຫາຍ ພັນໂທ ວົງວິໄລ ອິນທິສານ ເລຂາຄະນະພັກຮາກຖານ ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນປາກຊັນ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ, ສໍາຮອງ ເຂົ້າຮ່ວມ.

ຄະນະພັກຮາກຖານດ່ານຊາຍແດນ ສາກົນປາກຊັນ ມີ 03 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 42 ສະຫາຍ , ຍີງ 12 ສະຫາຍ, ສະມາຊິກພັກສໍາຮອງ 01 ສະຫາຍ, ພາຍຫຼັງທີ່ໄດ້ຮັບການເຜີຍແຜ່ເຊື່ອມຊືມເອກະສານທີ່ສໍາຄັນຕ່າງໆ ຄະນະພັກ, ສະມາຊິກພັກ, ພະນັກງານ – ລັດຖະກອນ ແລະ ນາຍຕໍາຫຼວດ ກໍ່ໄດ້ພ້ອມກັນຂຽນບົດສໍາຫຼວດ, ຮ່ວມຊີວິດຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອໝູ່ຄະນະ, ເພື່ອພ້ອມກັນຕີລາຄາຄຸນນະພາບ, ຈັດປະເພດຕົນເອງ ແລະ ໜ່ວຍພັກ, ໃນນັ້ນ ຈັດປະເພດສະມາຊິກພັກແຂງ 42 ສະຫາຍ, ຍິງ 12 ສະຫາຍ.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ສະຫາຍ ພັນໂທ ວົງວິໄລ ອີນທິສານ ເຊິ່ງສະຫາຍໄດ້ເນັ້ນໜັກຄະນະໜ່ວຍພັກ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊີກພັກ, ດວ້ຍຫຼາຍຮູບແບບ, ຕິດຕາມກວດກາສະມາຊິກພັກ, ໃກ້ສິດຕິດແທດໃນການປະຕິບັດວຽກງານຕົວຈິງຂອງແຕ່ລະຂະແໜງການ ເພາະເປັນວຽກງານປະຈັນບານ ປະເຊີນໜ້າໂດຍກົງຕໍ່ການບໍລິການຮັບໃຊ້ປະຊາຊົນ ແລະ ສັງຄົມ, ປັບປຸງແບບແຜນວິທີນຳພາ – ວິທີເຮັດວຽກ ໃຫ້ມີຍຸດທະສາດ, ເຊີດຊູບົດບາດການນຳພາຂອງພັກໃຫ້ສູງຂື້ນ, ຍົກສູງຄຸນນະພາບຂອງສະມາຊິກພັກ ແນໃສ່ເຮັດໃຫ້ສະມາຊິກພັກທຸກສະຫາຍ ມີຄວາມເຂັ້ມແຂງ, ມີລະບຽບວິໄນ ຢ່າງເຂັ້ມງວດ.

About admins16