ຄະນະພັກຮາກຖານພະແນກ ຖວທ ແຂວງ ເປີດບັນດໍາເນີນການເມືອງກະກຽມກອງປະຊຸມໃຫຍ່ ຄັັ້ງທີ III

ບັ້ນດໍາເນີນຊີວິດການເມືອງກະກຽມເປີດກອງປະຊຸມໃຫ່ຍ ຄັ້ງທີ III ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຂົ້າຮວມໂດຍ ສະຫາຍ ຄໍາແຫວນ ປັນຍານຸວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຈາກຄະນະຈັດຕັ້ງແຂວງ, ຄະນະພັກຮາກຖານ ແລະ ສະມາຊິກພັກພາຍໃນ ເຂົ້າຮ່ວມ.

ໃນບັ້ນດໍາເນີນຊີວິການເມືອງ ໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມ 3 ເອກະສານ ຄື: ເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເຊິ່ງໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມູນເຊື້ອ ແລະ ຄວາມໝາຍ – ຄວາມສຳຄັນ ກ່ຽວກັບຄວາມສາມັກຄີເປັນເອກະພາບພາຍໃນພັກ, ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຄວາມໝາຍຄວາມສຳຄັນ ຂອງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ ເຊິ່ງແຕ່ລະເອກະສານ ລ້ວນແລ້ວແຕ່ເປັນບ່ອນອີງ ໃນການຕີລາຄາຄືນການຊີ້ນຳ-ນຳພາ ຂອງຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກໃນໄລຍະຜ່ານມາ.

ຈຸດປະສົງ ກໍ່ເພື່ອຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປຽ່ນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ.

ບັ້ນດຳເນີນຊີວິດການເມືອງຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 24-25 ມັງກອນ 2022 ຈຶ່ງສໍາເລັດ ໂດຍຈະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງ 2 ພາກ ແລະ ຜ່ານບົດສໍາຫຼວດການນໍາພາ, ບົດສໍາຫຼວດບຸກຄົນຄະນະພັກ ແລະ ບົດສະຫຼຸບບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ.

ນອກນັ້ນ ຍັງຈະໄດ້ຮັບຟັງການຜ່ານມາດຖານ – ເງື່ອນໄຂ ຜູ້ທີ່ຈະເປັນຄະນະພັກຊຸດໃໝ່ ແລະ ປ່ອນບັດທາບທາມເອົາຄະນະພັກຮາກຖານພະແນກ ຖວທ ແຂວງ ຮອບທີ II ເພື່ອກະກຽມບຸກຄະລາກອນເຂົ້າໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານພະແນກ ຖວທ ແຂວງ.

About admins14