ຄະນະພັກຮາກຖານພະແນກ ຖວທ ແຂວງ ສະຫຼຸບວຽກງານປະຈຳໄຕມາດ 1

ກອງປະຊຸມສະຫຼຸບ 3 ເດືອນ ຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 31 ມີນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ສະຫາຍ ອຸດອນ ສອນສຸລິນ ວ່າການເລຂາຄະນະພັກຮາກຖາກ ຫົວໜ້າພະແນກ ຖວທ ແຂວງ ມີຄະນະພັກຮາກຖານ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫຼຸບການນຳພາ-ຊີ້ນຳ ຂອງຄະນະພັກຮາກຖານພະແນກ ຖວທ ແຂວງ ເຫັນວ່າ ມີຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ດ້ວຍປະສິດທິຜົນສູງ, ໄດ້ຊີ້ນຳ-ນຳພາຕາມ 5 ເນື້ອໃນ ໂດຍສະເພາະດ້ານການເມືອງ ໄດ້ເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ ແລະ ມະຫາຊົນ ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ຢ່າງເປັນປົກກະຕິຕໍ່ເນື່ອງ, ເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນທົ່ວຮາກຖານ, ນຳພາ ແລະ ກວດກາປະເມີນຜົນໃນແຕ່ລະໄລຍະ, ປະຕິບັດຕາມ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກເຂົ້າສູ່ຊີວິດຕົວຈິງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ເສີມຂະຫຍາຍແບບແຜນວິທີນຳພາທີ່ດີ, ແທດເຖິງຕົວຈິງ, ເດັດຂາດແກ້ໄຂບັນຫາທີ່ຄົງຄ້າງ ແລະ ສຸມໃສ່ປັບປຸງແກ້ໄຂໃຫ້ຖືກທິດຖືກຈຸດ ແລະ ນຳພາປະຕິບັດໜ້າທີ່ການເມືອງ ຈັດຕັ້ງປະຕິບັດບັນດາວຽກງານໃຫ້ສຳເລັດ ແລະ ໄດ້ຮັບໝາກຜົນສູງສຸດ.

About admins14