ຄະນະພັກຮາກຖານພະແນກ ຖວທ ເປີດບັ້ນດໍາເນີນຊີວິດການເມືອງ ກະກຽມເປີດກອງປະຊຸມໃຫ່ຍ ຄັ້ງທີ III

ບັ້ນດຳເນີນຊີວິດການເມືອງ ກະກຽມເປີດກອງປະຊຸມໃຫຍ່ ຄັ້ງທີ III ທົ່ວຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນວັນທີ 3 ສິງຫາ 2021 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດຂຶ້ນບັນຍາຍເອກະສານໂດຍ ສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານພາຍໃນພະແນກ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່, ເຊື່ອມຊຶມ ຄັ້ງນີ້ ປະກອບມີ 3 ບົດ ຄື: ເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.

3 ເອກະສານດັ່ງກ່າວ ໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມູນເຊື້ອ ແລະ ຄວາມໝາຍ-ຄວາມສຳຄັນ ກ່ຽວກັບຄວາມສາມັກຄີເປັນເອກະພາບພາຍໃນພັກ, ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຄວາມໝາຍຄວາມສຳຄັນ ຂອງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ ເຊິ່ງແຕ່ລະເອກະສານ ລ້ວນແລ້ວແຕ່ເປັນບ່ອນອີງ ໃນການຕີລາຄາຄືນການຊີ້ນຳ-ນຳພາ ຂອງຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກໃນໄລຍະຜ່ານມາ.

ຈຸດປະສົງ ກໍ່ເພື່ອຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປຽ່ນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ.

ບັ້ນດຳເນີນຊີວິດການເມືອງຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 3-4 ສິງຫາ 2021 ຈຶ່ງສໍາເລັດ ໂດຍຈະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງ 2 ພາກ ແລະ ຜ່ານບົດສໍາຫຼວດການນໍາພາລວມ ຂອງແຕ່ລະຄະນະໜ່ວຍພັກ, ຂອງສະມາຊິກພັກ, ພ້ອມທັງປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ປະກອບຄຳເຫັນສົ່ງຂ່າວ ແລະ ຈັດປະເພດສະມາຊິກພັກ, ນອກນັ້ນຍັງຈະໄດ້ດໍາເນີນການທາບທາມບຸກຄະລາກອນ ຄະນະໜ່ວຍພັກໜ່ວຍພັກຮອບ 2.

About admins14