ຄະນະພັກຮາກຖານພະແນກ ຍທຂ ແຂວງ ກວດກາໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ພະຈິກ 2020 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.

ໃນວາລະກອງປະຊຸມ ທ່ານປະທານ ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 13 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ວ່າ: ກ່ອນຈະສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໜ່ວຍພັກຕ້ອງໄດ້ສະຫຼຸບສະພາບການເຄື່ອນໄຫວຊີ້ນຳ-ນຳພາລວມຂອງໜ່ວຍພັກ ໂດຍສັງເຂບ ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ, ທຸກໜ່ວຍພັກ ຕ້ອງໄດ້ສ້າງແຜນການສູ້ຊົນ ໂດຍອີງໃສ່ສະພາບຄວາມເປັນຈິງຂອງໜ່ວຍພັກຕົນ, ການຕີລາຄາຄຸນນະພາບ, ການແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ຕ້ອງບົນພື້ນຖານການເຄື່ອນໄຫວຊີ້ນຳ-ນຳພາ ຈັດຕັ້ງປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຜົນສຳເລັດການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະ ໜ່ວຍພັກ, ແຕ່ລະສະຫາຍຕ້ອງຂຽນບົດສຳຫຼວດຕົນເອງຕາມ 5 ເນື້ອໃນຂອງຄຳສັ່ງກົມການເມືອງສູນກາງພັກ, 5 ໜ້າທີ່ ແລະ 9 ຂໍ້ຫ້າມຂອງສະມາຊິກພັກ ທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກ.

ພ້ອມດຽວກັນ ຍັງໄດ້ຮັບຟັງການເຜີຍແຜ່ຄຳສັ່ງ ຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບຟັງການອະທິບາຍວິທີການ, ຂັ້ນຕອນການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ ເຊິ່ງຈະໄດ້ດຳເນີນໄປເປັນເວລາ 3 ວັນຈຶ່ງຈະສຳເລັດ.

ພາຍຫຼັງສຳເລັດການເຊື່ອມຊືມເອກກະສານຕ່າງໆແລ້ວ ບັນດາສະຫາຍສະມາຊິກພັກ ຈະໄດ້ຂຽນໃບສຳຫຼວດຕົນເອງ ພ້ອມທັງຜ່ານໃບສຳຫຼວດ ເພື່ອຕີລາຄາຕົນເອງ ແລະ ສົ່ງຂ່າວ, ຕໍານິຕິຊົມສໍາມາຊິກພັກພາຍໃນໜ່ວຍ ແລະ ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພ້ອມນັ້ນ ຍັງຈະມີການຈັດແບ່ງປະເພດສະມາຊິກພັກ ໂດຍອີງໃສ 05 ເນື້ອໃນຂອງພັກວາງອອກໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ.

About admins16