ຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2022

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານພະອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ທັນວາ 2022 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານ ຫົວໜ້າພະອຸດສາຫະກຳ ແລະ ການຄ້າແຂວງ, ມີຄະນະກວດກາພັກ-ລັດແຂວງ, ຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ສະມາຊິກພັກ ພາຍໃນຮາກຖານ ເຂົ້າຮ່ວມ.

ການດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ແມ່ນຄວາມຈໍາເປັນພາວະວິໄສ, ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ເພື່ອປັບປຸງເຊີດຊູຄວາມຮັບຜິດຊອບການເມືອງຂອງຄະນະພັກ, ສະມາຊິກພັກ ໃນການເຄົາລົບ ແລະ ປະຕິບັດຫຼັກການກໍ່ສ້າງພັກ, ຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມກັນ, ແກ້ໄຂ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນພັກ ເຊັ່ນ: ການຖືເບົາເຝິກຝົນຫຼໍ່ຫຼອມຕົນເອງ, ປາກົດການເຊື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ການຝ່າຝືນລ່ວງລະເມີດກົດລະບຽບຂອງພັກ ແລະ ບັນດາຂໍ້ຫ້າມສຳລັບພະນັກງານ ສະມາຊິກພັກ ເພື່ອແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ບັ້ນດຳເນີນຊີວິດພັກຄັ້ງນີ້ ຈະໄດ້ເຜີຍແຜ່ເອກະສານສຳຄັນຕ່າງໆ ຄື: ຄຳສັ່ງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ.

ພ້ອມນີ້ ຍັງຈະໄດ້ທາບທາມຄຳເຫັນສົ່ງຂ່າວ, ຜ່ານບົດສຳຫຼວດຂອງບຸກຄົນສະມາຊິກພັກ, ຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ເພື່ອຈະໄດ້ເປັນບ່ອນອີງໃນການປະຕິບັດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

About admins16