ຄະນະພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ເປີດກອງປະຊຸມດໍາເນີນຊີວິດການເມືອງ ກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2020


ໃນລະຫ່ວາງວັນທີ 11-12 ພະຈິກ 2020 ທົ່ວຄະນະພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2020, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຜາໂຂງ ດອກມະນີຈັນ, ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ.


ໃນກອງປະຊຸມ ໄດ້ຄົ້ນຄ້ວາເຊື່ອມຊຶມຄໍາສັ່ງ ເລກທີ 01/ກມສພ, ຂອງກົມການເມືອງສູນກາງພັກ, ລົງວັນທີ່ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາແນະນໍາກ່ຽວກັບການຈັກຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາສັ່ງເລກທີ 827 ຂອງຄະນະປະຈໍາພັກແຂວງ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

          ບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ແມ່ນເປັນການສ່ອງແສງເຖິງການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ, ທັງເປັນການເສີມຂະຫຍາຍລະບອບປະຊາທິປະໄຕພາຍໃນພັກໃຫ້ກວ້າງຂວາງຂຶ້ນ, ເປັນການກະຕຸກຊຸກຍູ້ ການເຄື່ອນໄຫວວຽກງານວິຊາສະເພາະຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໜ, ຮູ້ຈັກຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ມີຜົນສໍາເລັດ, ທຸກໆໜ່ວຍພັກຕ້ອງໄດ້ສ້າງແຜນສູ້ຊົນ ໂດຍອີງໃສ່ສະພາວະຄວາມເປັນຈີງຂອງໜ່ວຍພັກຕົນ ທີ່ກໍານົດໃວ້ໃນຄໍາສັ່ງຂອງກົມການເມືອງສູນກາງພັກ, ຄະນະໜວ່ຍພັກ, ສະມາຊິກພັກ ຕ້ອງໄດ້ຮໍ່າຮຽນ, ເຊື່ອມຊືມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກຢ່າງທົ່ວເຖີງ ແລະ ຄົບຖ້ວນ, ກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ໜ້າທີ່ ແລະ 9 ຂໍ້ຫ້າມຂອງສະມາຊິກພັກ ທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກ, ມີການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ແລະ ຕີລາຄາຄວາມຮັບຜິດຊອບຂອງສະມາຊິກພັກແຕ່ລະສະຫາຍ, ຕ້ອງດໍາເນີນການກວດກາ, ຕີລາຄາປະເມີນຜົນ, ເພື່ອຢັ້ງຢືນຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກ, ພ້ອມທັງກໍານົດທິດທາງແຜນການໃນຕໍ່ໜ້າ.

          ຕອນທ້າຍກອງປະຊຸມ ຍັງໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານຄົບມາດຖານເງື່ອນໄຂ ໃນນີ້ ໄດ້ເລື່ອນຊັ້ນຮ້ອຍຕີ ຂື້ນ ຮ້ອຍໂທ ຈໍານວນ 11 ສະຫາຍ, ຍິງ 03 ສະຫາຍ, ເລື່ອນຊັ້ນວາທີ ຂື້ນຮ້ອຍຕີ 07 ສະຫາຍ, ຍິງ 01 ສະຫາຍ, ເລື່ອນຊັ້ນ ສີບເອກຂື້ນວາທີ 40 ສະຫາຍ, ຍິງ 09 ສະຫາຍ, ສີບຕີ ຂື້ນ ສີບໂທ 06 ສະຫາຍ, ຍິງ 02 ສະຫາຍ.

       ພາຍຫຼັງສໍາເລັດການເຊື່ອມຊຶມເອກະສານສໍາຄັນແລ້ວ ບັນດາສະຫາຍຄະນະພັກ, ສະມາຊິກພັກ ໄດ້ພ້ອມກັນຂຽນໃບສຳຫຼວດຕົນເອງ, ຜ່ານໃບສໍາຫຼວດກວດກາຕີລາຄາຕົນເອງ ແລະ ຕໍານິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ ໂດຍອີງໃສ່ 05 ເນື້ອໃນຂອງພັກວາງອອກ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ, ສະຫຼຸບສັງລວມຜົນການຕີລາຄາ ແລະ ແບ່ງປະເພດສະມາຊິກພັກ, ໜ່ວຍພັກເປັນລາຍລັກອັກສອນ ເພື່ອໃຫ້ຂັ້ນເທິງຄົ້ນຄ້ວາພິຈາລະນາຮັບຮອງເອົານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2020.

About admin11