ຄະນະຜູ້ແທນສະພາປະຊາຊົນແຂວງ ບໍລິຄໍາໄຊ – ຮ່າຕິ້ງ ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະພາປະຊາຊົນແຂວງບໍລິຄໍາໄຊ ສປປ ລາວ ແລະ ສະພາປະຊາຊົນແຂວງ ຮ່າຕິ້ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 3 ສິງຫາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ,  ຝ່າຍຄະນະຜູ້ແທນ ແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ບໍລິຄໍາໄຊ ແລະ ຝ່າຍແຂວງຮ່າຕິ້ງ ນໍາໂດຍ ທ່ານ ເຈີ່ນວັນກີ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຮາຕິ້ງ ສສ ຫວຽດນາມ, ມີບັນດາຄະນະກໍາມະການເລຂາທິການ, ອານຸກໍາມະການ ໃນດ້ານຕ່າງໆທັງສອງຝ່າຍ ເຂົ້າຮ່ວມ.

ໃນວາລະດໍາເນີນກອງປະຊຸມ ຄະນະຜູ້ແທ່ນທັງສອງຝ່າຍ ໄດ້ຜັດປ່ຽນກັນ ລາຍງານສະພາບລວມ ການເຄື່ອນໄຫວວຽກກງານສະພາປະຊາຊົນພາຍໃນແຂວງຂອງຕົນ ໃຫ້ກັນ ແລະ ກັນໄດ້ຮັບຊາບ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານ, ການແກ້ໄຂ້ຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ການເໜັງຕີງຂອງອັດຕາແລກປ່ຽນ, ອັດຕາເງິນເຟີ້, ການເພີ່ມສູງຂຶ້ນຂອງລາຄາສິນຄ້າ, ນ້ຳມັນເຊື້ອໄຟ, ຄວາມຈິງຈັງ ໃນການແກ້ໄຂການແຜ່ລະບາດລະບາດຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດ ວຽກງານໃນດ້ານຕ່າງໆອີກຈໍານວນໜຶ່ງ.

ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ປະກອບຄໍາຄິດ – ຄໍາເຫັນ ເພື່ອແລກປ່ຽນບົດຮຽນ ວຽກງານສະພາປະຊາຊົນຂັ້ນແຂວງ ຢ່າງກົງໄປກົງມາ ດ້ວຍບັນຍາກາດຟົດຟື້ນ, ສ້າງສັນ ບົນຈິດໃຈຄວາມສາມັກຄີຮັກແພງ.

ຄະນະຜູ້ແທນທັງສອງຝ່າຍ ໄດ້ເປັນເອກະພາບສ້າງບົດບັນທຶກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ ເຊິ່ງສະພາປະຊາຊົນແຂວງບໍລິຄຳໄຊ ແລະ ສະພາປະຊາຊົນແຂວງຮ່າຕິ້ງ ເຫັນດີເປັນເອກະພາບ ເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານສະພາປະຊາຊົນຂັ້ນແຂວງ ໃຫ້ໄດ້ຮັບຜົນດີ, ສະພາປະຊາຊົນແຂວງຮ່າຕິ້ງ ເຫັນດີສະໜອງຂໍ້ມູນ – ຂ່າວສານ ກ່ຽວກັບວຽກງານຕາມພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ ຕະຫຼອດເຖິງການກໍ່ສ້າງຝຶກອົບຮົມ, ແລກປ່ຽນບົດຮຽນ, ບຳລຸງສ້າງພະນັກງານ, ການໄປ – ມາຢ້ຽມຢາມ ເພື່ອສ້າງຄວາມເຂົ້າໃຈ ແລະ ຍົກລະດັບໃນການປະຕິບັດໜ້າທີ່ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງບໍລິຄຳໄຊ ກັບສະພາປະຊາຊົນແຂວງຮ່າຕິ້ງ ປະຈຳປີ 2023 ກໍານົດຈັດກອງປະຊຸມພົບປະຢູ່ນະຄອນຮ່າຕິ້ງ ແຂວງ ຮ່າຕິ້ງ ສສ ຫວຽດນາມ ສຳລັບວັນເວລາ ແມ່ນອີງໃສ່ສະພາບເງື່ອນໄຂຕົວຈິງ.

About admins14