ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ສປປ ລາວ ພົບປະຢ້ຽມຢາມກອງບັນຊາການຕໍາຫຼວດແຂວງຮ່າຕິ້ງ ສສ ຫວຽດນາມ

ໃນໂອກາດທີ່່ໄດ້ເດີນທາງມາສົງອັດຖິ ແລະ ເຂົ້າຮ່ວມພິທີໄຫວ້ອາໄລອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ຢູ່ສຸສານເນິ່ມ ເມືອງເຮືອງເຊີນ ແຂວງຮ່າຕິ້ງ ສສ ຫວຽດນາມ ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2023 ຢູ່ກອງບັນຊາການຕໍາຫຼວດແຂວງຮ່າຕິ້ງ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ສະຫາຍ ພົ.ວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງ, ຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະປະຕິບັດງານພິເສດ ໄດ້ພົບປະຢ້ຽມຢາມຄະນະກອງບັນຊາການຕໍາຫຼວດແຂວງຮ່າຕິ້ງ ໃຫ້ກຽວຕ້ອນຮັບໂດຍ ສະຫາຍ ພັນໂທ ຫງວຽນຮົ່ງຟອງ ຄະນະປະຈໍາພັກແຂວງ ຫົວໜ້າຕໍາຫຼວດແຂວງຮ່າຕິ້ງພ້ອມຄະນະ.

ສະຫາຍ ພັອ ຫງວຽນຮົ່ງຟອງ ຄະນະປະຈໍາພັກແຂວງຫົວໜ້າຕໍາຫຼວດແຂວງຮ່າຕິ້ງໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານລະຫວ່າງແຂວງຮ່າຕິ້ງແລະແຂວງບໍລິຄຳໄຊທີ່ຢາມໄດ້ທັງສອງແຂວງກໍ່ໄດ້ມີການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານເຊີ່ງກັນ ແລະ ຢ່າງຕໍ່ເນື່ອງ, ມີການພົວພັນຮ່ວມກັນຢ່າງໃກ້ສິດໂດຍສະເພາະແມ່ນການສະກັດກັ້ນປ້ອງກັນແລະແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍເຖື່ອນແລະການກະທໍາອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍຂອງສອງປະເທດເວົ້າລວມ, ເວົ້າສະເພາະກໍ່ຄືແຂວງຮ່າຕິ້ງແລະແຂວງບໍລິຄຳໄຊ.

ຈາກນັ້ນ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ໄດ້ຕາງໜ້າໃຫ້ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ກ່າວສະແດງຄວາມຂອບໃຈຕໍ່ຄະນະກອງບັນຊາການຕຳຫຼວດແຂວງຮ່າຕິ້ງ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນສະໜິດສະໜົມ, ພ້ອມນັ້ນ ສະຫາຍຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ແຂວງບໍລິຄຳໄຊ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງແຂງແຮງນັບແຕ່ປີ 2021 ເປັນຕົ້ນມາ, ໂອກາດນີ້ ສະຫາຍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງບັນຊາການຕໍາຫຼວດແຂວງຮ່າຕິ້ງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ ຈະເພີ່ມທະວີຮ່ວມມືປະສານສົມທົບກັນສຸ່ມໃສ່ປ້ອງກັນແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ.

About admins16