ຄະນະປະຕິບັດງານພິເສດບໍລິຄຳໄຊ-ນະຄອນຫຼວງວຽງຈັນ ສປປລາວ ພົບປະຢ້ຽມຢາມກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງສສຫວຽດນາມ

ໃນຕອນແລງວັນທີ 24 ພຶດສະພາ 2023 ຢູ່ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊແລະ ສະຫາຍ ພົ.ວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງ, ຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະປະຕິບັດງານພິເສດ ໄດ້ພົບປະຢ້ຽມຢາມຄະນະກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໃຫ້ກຽວຕ້ອນຮັບໂດຍ ສະຫາຍ ພັອ ບຸ່ຍ ຮົ່ງແທັງກຳມະການພັກແຂວງຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ພ້ອມຄະນະ.

ສະຫາຍ ພັອ ບຸ່ຍຮົ່ງແທັງ ກຳມະການພັກແຂວງ ຫົວໜ້າກອງບັນຊາການທະຫານຊາຍແດນຮ່າຕິ້ງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ກັບການພົບປະຢ້ຽມຢາມຂອງສອງຄະນະໃນຄັ້ງນີ້, ໂອກາດນີ້ ສະຫາຍໄດ້ລາຍງານສະພາບລວມໂດຍຫຍໍ້ ແລະ ການພົວພັນຮ່ວມມືກັນລະຫວ່າງແຂວງຮ່າຕິ້ງ ແລະ ແຂວງບໍລິຄຳໄຊ ທີ່ໄດ້ສຸມໃສ່ປ້ອງກັນແກ້ໄຂບັນຫາຢາເສບຕິດຢູ່ຕາມບໍລິເວນເສັ້ນຊາຍແດນ, ການຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງແບບຜິດກົດໝາຍ, ການເຄື່ອນຍ້າຍພູມລຳເນົາຂອງປະຊາຊົນຢູ່ເສັ້ນຊາຍແດນ, ການຕອບຕ້ານ ແລະ ມ້າງເພກົນອຸບາຍ ຂອງກຸ່ມຄົນບໍ່ດີທີ່ຫວັງສ້າງຄວາມບໍ່ສະຫງົບ ແລະ ວຽກງານອື່ນໆ.

ການພົບປະຢ້ຽມຢາມໃນຄັ້ງນີ້ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ໄດ້ຕາງໜ້າໃຫ້ທັງສອງຄະນະສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງກອງບັນຊາການທະຫານຊາຍແດນຮ່າຕິ້ງ ໃນການແກ້ໄຂບັນຫາທີ່ເກີດຂຶ້ນຢູ່ຕາມເສັ້ນຊາຍແດນ, ພ້ອມທັງຫວັງຢ່າງຍິ່ງວ່າ ບັນຊາການທະຫານຊາຍແດນຮ່າຕິ້ງ ແລະ ແຂວງບໍລິຄຳໄຊ ຈະສືບຕໍ່ເສີມທະວີຮ່ວມມືປະສານສົມທົບເຊີ່ງກັນ ແລະ ກັນສ້າງໃຫ້ເສັ້ນສະແດນໃຫ້ມີຄວາມສະຫງົບ, ໝັ້ນຄົງ ແລະ ເປັນເສັ້ນຊາຍແດງແຫ່ງສັນສະພາບມິດຕະພາບ.

About admins16