ຄະນະປະຕິບັດງານພິເສດບໍລິຄຳໄຊ-ນະຄອນຫຼວງ ສປປ ລາວ ເຂົ້າວາງພວງມະລາຢູ່ອານຸສອນສະຖານ ສາມແຍກດົງລົກ ແຂວງຮ່າຕິ້ງ ສສ ຫວຽດນາມ

ໃນວັນທີ 25 ພຶດສະພາ 2023 ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ສະຫາຍ ພົ.ວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງ, ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ຈູດທູບບູຊາ ຢູ່ອານຸສອນສະຖານທີ່ຝັງສົບວິລະຊົນຊາວໜຸ່ມ-ເຍົາວະຊົນຍິງອາສາສະໝັກ 10 ສະຫາຍ ທີ່ເສຍສະລະຊີວິດເພື່ອຊາດຢູ່ສາມແຍກດົງລົກ ໃຫ້ກຽດນໍາພາທາງໂດຍ ສະຫາຍ ພັອ ຫວໍກວາງທ່ຽນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຕິ້ງ ພ້ອມຄະນະ.

ອານຸສອນສະຖານແຫ່ງນີ້ ເປັນທີ່ຝັງສົບຂອງວິລະຊົນຊາວໜຸ່ມ-ເຍົາວະຊົນຍິງອາສາສະໝັກ 10 ສະຫາຍ ທີ່ເສຍສະລະຊີວິດ ໃນສະໄໝສົງຄາມຕ້ານຈັກກະພັດຜູ້ຮູກຮານ ເພື່ອປົດປ່ອຍຊາດ ຍາດເອົາປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ມືຂອງພໍ່ແມ່ປະຊາຊົນຊາວຫວຽດນາມ, ເຂດສາມແຍກດົງລົກ ໄດ້ຖືກໂຈມຕີຈາກການຖິ້ມລະເບີດຢ່າງໜັກໜ່ວງ  ເພາະເປັນເສັ້ນທາງລໍາລຽງອາຫານ ແລະ ເຄື່ອງຊ່ວຍເຫຼືອ ຂຶ້ນໄປສູ່ເຂດຕໍ່ສູ້ແນວໜ້າແຕ່ດ້ວຍຈິດໃຈຮັກຊາດອັນດູດດື່ມ ພໍ່ແມ່ປະຊາຊົນ ແລະ ຊາວໜູ່ມອາສາ ສສ ຫວຽດນາມໄດ້ພ້ອມໃຈກັນ ສ້ອມປອມເສັນທາງເຂດສາມແຍກດົງລົກ ແຕ່ດ້ວຍຄວາມໂຫດຮ້າຍປ່າເຖືອນຂອງພວກຈັກກະພັດ ໄດ້ໃຊ້ລະເບີດໂຈມຕີຢູ່ເຂດສາມແຍກດົງລົກ ຢ່າງໜັກໜ່ວງຕໍ່ເນື່ອງຮຸນແຮງ ເຮັດຊາວໜຸ່ມ-ເຍົາວະຊົນຍິງ 10 ສະຫາຍ ໄດ້ເສຍສະຊະຊີວິດເພື່ອພາລະກິດການປະຕິວັດອັນຍິ່ງໃຫຍ່ ຢູ່ຈຸດດັ່ງກ່າວ. ອານຸສອນສະຖານສາມແຍກດົງລົກ ສະແດງໃຫ້ເຫັນເຖິງນ້ໍາໃຈອັນພິລະອາດຫານກ້າແກ່ນ, ວິລະກໍາອັນລໍ້າເລີດ ແລະ ຈິດໃຈຮັກຊາດອັນດູດດື່ມ ຂອງນັກຮົບປະຕິວັດ, ຊາວໜູ່ມອາສາ  ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ.

About admins14